
ສສ ຫວຽດນາມ-ອີຢູ ຊຸກຍູ້ ການຮ່ວມມື ເສດຖະກິດທາງທະເລ

ວິທະຍຸກະຈ່າຍສຽງຫວຽດນາມ, ໃນຂອບເຂດ ການຢ້ຽມຢາມ ສະຫະພາບ ເອີຣົບ (EU) ຢ່າງເປັນທາງການ, ທ່ານ ໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ແຫ່ງ ສສ.ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ ອັນໂຕນີໂອ ໂກສຕາ( António Costa)ປະທານສະພາ ເອີຣົບ. ທ່ານ ປະທານສະພາ ເອີຣົບ António Costa ຢັ້ງຢືນວ່າ: ສສ ຫວຽດນາມແມ່ນຄູ່ຮ່ວມມື ສຳຄັນຂອງ EU ຢູ່ພາກພື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ ແລະ ເຊື່ອໝັ້ນວ່າສອງຝ່າຍ ຈະສືບຕໍ່ ເສີມຂະຫຍາຍ ພື້ນຖານ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງແລະບັນດາໝາກຜົນ ການຮ່ວມມື ອັນດີງາມເພື່ອນຳ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ໃຫ້ນັບມື້ ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດ ຢ່າງແທ້ຈິງ ໃຫ້ແກ່ສອງຝ່າຍ. ສ່ວນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ: ສສ ຫວຽດນາມກຳນົດ EU ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ບຸລິມະສິດແຖວໜ້າ, ມີຜົນປະໂຫຍດ ແລະມີຄວາມສາມາດບົ່ມຊ້ອມ ຫລາຍຢ່າງ ໃນການຮ່ວມມື ໄລຍະຍາວ; ປາດຖະໜາຢາກຫັນປ່ຽນ ບັນດາຄຳໝັ້ນສັນຍາ ໃຫ້ກາຍເປັນໝາກຜົນລະອຽດ, ເປັນບັນດາໂຄງການຮ່ວມມື ທີ່ແທ້ຈິງເພື່ອຮັບໃຊ້ການພັດທະນາ ແລະຍົກສູງຊີວິດການເປັນຢູ່ ຂອງປະຊາຊົນສອງປະເທດ. ໃນຂອບເຂດ ການຢ້ຽມຢາມ ສະຫະພາບ ເອີຣົບ ແລະ ລາຊະອານາຈັກແບນຊິກ ຢ່າງເປັນທາງການ ວັນທີ 22 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ທ່າກຳປັ່ນ Antwerp – Bruges./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







