ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 04:29ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
e0b8aae0b881e0b8b9e0b98ae0b89b-e0b89be0b8a3e0b8b0e0b898e0b8b2e0b899e0b8ade0b8b2e0b980e0b88be0b8b5e0b8a2e0b899
ADadvertisement
ADadvertisement
ADadvertisement

ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 25 ພະ​ຈິກ​ນີ້, ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ, ທ່ານ ​ຟາ​ດິ​ລາ ຢູ​ຊົ​ຟ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ​ມາ​ເລ​ເຊຍ​ ກ່າວ​ວ່າ:ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ. ທ່ານ​ ຟາ​ດິ​ລາຢູ​ຊົ​ຟ ​ໄດ້​ກ່າວ​ປາ​ໄສ ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ ​ສຸດຍອດ ​ວ່າ​ດ້ວຍ ​ການ​ຮ່ວມ​ມື ​ແລະ​ ການ​ພັດ​ທະ​ນາ ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​ ອາ​ຊຽນ ​ປີ 2025 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ວ່າ: ປັດ​ຈຸ​ບັນ​, ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ທົ່ວ​ໂລກ ​ໄດ້​ຮັບ​ການ​ບຸກ​ທະ​ລຸ ​ຢ່າງວ່ອງ​ໄວ, ໂຄງ​ປະ​ກອບ ​ເສດ​ຖະ​ກິດ​ ມີ​ການ​​ປັບ​ປ່ຽນ ​ຢ່າງ​ເລິກ​ເຊິ່ງ, ​ຄວາມສາ​ມັກ​ຄີ ປະ​ສານ​ງານ​ກັນ ແລະຊົມ​ໃຊ້​ຜົນ​ງານ ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ແມ່ນ​ຄວາມ​ຮຽກ​ຮ້ອງ​ ຕ້ອງ​ການ ​ທີ່​ຈຳ​ເປັນ​ ໃນ​ການ​ຊຸກ​ຍູ້ ​ການ​ພັດ​ທະ​ນາ ​ຂອງ​ພາກ​ພື້ນ​ອາ​ຊຽນ. ທ່ານ​ ຟາ​ດິ​ລາຢູ​ຊົ​ຟ​ ຮຽກ​ຮ້ອງ ​ໃຫ້​ບັນ​ດາ​ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ ​ເພີ່ມ​ທະ​ວີ​ ການ​ລົງ​ທຶນ​ ໃນ​ດ້ານ​ການ​ຄົ້ນ​ຄວ້າ​ ວິ​ທະ​ຍາ​ສາດ​ ຍຸດ​ທະ​ສາດ ​ຕື່ມ​ອີກ, ເລັ່ງ​ຊຸກ​ຍູ້​ ການ​ຄົ້ນ​ຄວ້າ ພັດ​ທະ​ນາ ແລະການ​ປະ​ຍຸກ​ໃຊ້ ເຕັກ​ໂນ​ໂລ​ຊີ​ ທີ່​ສຳ​ຄັນ​ ທາ​ງ​ດ້ານ​ການ​ຄ້າພ້ອມ​ທັງ​ ດຶງ​ດູດ​ ອົງ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ ແລະຜູ້​ມີ​ຄວາມ​ຮູ້​ ຄວາມ​ສາ​ມາດ ​ລະ​ດັບ​ສູງ​ ມາ​ພັດ​ທະ​ນາ ​ຢູ່​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່