
ກອງປະຊຸມຄົບຄະນະກຳມະການສູນກາງພັກກອມມູນິດຈີນ

ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 26 ຫາ 29 ຕຸລານີ້, ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.ກອງປະຊຸມຄົບຄະນະຄັ້ງນີ້ຈະສຸມໃສ່ຫຼາຍບັນຫາສຳຄັນກ່ຽວກັບການຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ.ສຳລັບປະຊາຄົມໂລກ, ກອງປະຊຸມຄົບຄະນະກຳມະການສູນກາງພັກຄອມມູນິດຈີນ ແມ່ນປ່ອງຢ້ຽມສຳຄັນ ເພື່ອສັງເກດການປ່ຽນແປງ ຂອງນະໂຍບາຍແລະ ຍຸດທະສາດ ການພັດທະນາ ແຫ່ງຊາດຂອງ ສປ ຈີນ. ໃນຖານະເປັນພັກ ກຳອຳນາດ, ພັກກອມມູນິດຈີນ ຈະຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ທຸກໆ 5 ປີ.ກອງປະຊຸມໃຫຍ່ ທຸກຄັ້ງ ຈະເລືອກຕັ້ງ ຄະນະກຳມະການສູນກາງພັກ ສະໄໝໃໝ່ເຊິ່ງມີໜ້າທີ່ນຳພາ ວຽກງານທົ່ວພັກໃນໄລຍະ ທີ່ບໍ່ໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ, ຜ່ານຈາກການຈັດກອງປະຊຸມ ຄົບຄະນະກຳມະການສູນກາງພັກ ເພື່ອປຶກສາຫາລືແລະ ວາງແຜນກ່ຽວກັບວຽກງານສຳຄັນຕ່າງໆ ຂອງພັກ ແລະ ລັດ.ອີງຕາມກົດລະບຽບຂອງພັກ, ກອງປະຊຸມຄົບຄະນະ ຈະຈັດຂຶ້ນ ຢ່າງໜ້ອຍປີລະຄັ້ງ.ກອງປະຊຸມຄົບຄະນະຄັ້ງນີ້ ແມ່ນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ທີ່ໄດ້ຮັບການເລືອກຕັ້ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນປີ 2022. ນັບແຕ່ ສປ ຈີນ ດຳເນີນການປະຕິຮູບ ແລະເປີດປະຕູ ສູ່ພາຍນອກ ໃນປີ 1978 ເປັນຕົ້ນມາ, ຕາມປົກກະຕິ, ຄະນະກຳມະການສູນກາງພັກຄອມມູນິດຈີນ ແຕ່ລະສະໄໝ ຈະຈັດກອງປະຊຸມ ຄົບຄະນະ ທັງໝົດ 7 ຄັ້ງ ໃນໄລຍະອາຍຸການ 5 ປີ, ກອງປະຊຸມເຫລົ່ານີ້ ສ່ວນຫລາຍມີຫົວຂໍ້ທີ່ກຳນົດໄວ້, ແຕ່ກໍບໍ່ໄດ້ຕາຍຕົວ ແລະ ສາມາດປັບປ່ຽນໄດ້ຢ່າງຄ່ອງແຄ້ວເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະນາພາລະກິດ ໃນແຕ່ລະໄລຍະ.ໃນນັ້ນ, ກອງປະຊຸມ ຄົບຄະນະຄັ້ງທີ 1 ຈະສຸມໃສ່ການເລືອກຕັ້ງ ອົງການນຳຊຸດໃໝ່; ກອງປະຊຸມ ຄົບຄະນະຄັ້ງທີ 2 ຈະຄົ້ນຄວ້າ ແລະ ພິຈາລະນາຂໍ້ສະເໜີ ກ່ຽວກັບ ຜູ້ເຂົ້າຮັບຕຳແໜ່ງ ໃນຄະນະນຳອົງການຈັດຕັ້ງຂອງລັດແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ; ກອງປະຊຸມ ຄົບຄະນະຄັ້ງທີ 3 ຈະເຈາະຈົງວາງແຜນຍຸດທະສາດ ສຳຄັນສຳລັບການປະຕິຮູບ ແລະການພັດທະນາເສດຖະກິດ; ກອງປະຊຸມຄົບຄະນະຄັ້ງທີ 4 ຈະສຸມໃສ່ການກໍ່ສ້າງພັກ, ການປົກຄອງຕາມກົດໝາຍ ແລະການບໍລິຫານປະເທດ; ກອງປະຊຸມຄົບຄະນະຄັ້ງທີ 5 ສ່ວນຫລາຍ ຈະພິຈາລະນາຂໍ້ສະເໜີກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ; ກອງປະຊຸມຄົບຄະນະຄັ້ງທີ 6 ຈະມີຫົວຂໍ້ທີ່ຄ່ອງແຄ້ວກວ່າເຊິ່ງຈະກ່ຽວພັນເຖິງການກໍ່ສ້າງພັກ ແລະການສະຫລຸບບົດຮຽນ ຈາກປະຫວັດສາດ; ສ່ວນກອງປະຊຸມ ຄົບຄະນະຄັ້ງທີ 7 ແມ່ນເຮັດໜ້າທີ່ກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ໃນຄັ້ງຕໍ່ໄປ. ເປັນທີ່ໜ້າສັງເກດວ່າ:ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກ ສະໄໝທີ 20 ຄັ້ງນີ້ບໍ່ໄດ້ປະຕິບັດຕາມຮູບແບບຄືຜ່ານມາ ທີ່ພິຈາລະນາແຜນການ 5 ປີ, ແຕ່ຈະສຸມໃສ່ ການຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ຢ່າງຕໍ່ເນື່ອງ.ເນື່ອງຈາກວ່າ ກອງປະຊຸມ ຄົບຄະນະຄັ້ງທີ 4 ໄດ້ພິຈາລະນາ ແລະຮັບຮອງເອົາຂໍ້ສະເໜີກ່ຽວກັບ ແຜນການພັດທະນາ 5 ປີຄັ້ງທີ 15 ແລ້ວເຊິ່ງໄດ້ກຳນົດເປົ້າໝາຍ ການພັດທະນາ ເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ໜ້າທີ່ວຽກງານທີ່ສຳຄັນຕ່າງໆ ເຊັ່ນ:ການພັດທະນາ ລະບົບອຸດສາຫະກຳ ທັນສະໄໝ, ການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ທາງດ້ານວິທະຍາສາດ ເຕັກໂນໂລຊີ, ການເປີດກວ້າງ ຄວາມຕ້ອງການພາຍໃນ ແລະການຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ເປັນຕົ້ນ. ປີ 2026 ແມ່ນປີຄົບຮອບ 105 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ ແລະເປັນປີເລີ່ມຕົ້ນ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງ ສປ ຈີນ, ໜ້າທີ່ຕ່າງໆໃນດ້ານການປະຕິຮູບ ແລະການພັດທະນາໄດ້ຮັບການຊຸກຍູ້ປະຕິບັດ ຢ່າງຮອບດ້ານ.ສູນກາງພັກຄອມມູນິດຈີນ ຈັດກອງປະຊຸມ ຄົບຄະນະຄັ້ງທີ 5 ສະໄໝທີ 20 ໃນຈຸດເວລາອັນສຳຄັນນີ້, ໂດຍຖືເອົາ “ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ” ເປັນຫົວຂໍ້ແກນກາງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ແຜນຍຸດທະສາດ ໄລຍະຍາວໃນການເພີ່ມທະວີ ການກໍ່ສ້າງຕົນເອງ ຂອງພັກກອມມູນິດຈີນ.ຄືດັ່ງທີ່ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງ ສປ ຈີນ ໄດ້ກ່າວໄວ້ວ່າ: “ຂໍກຸນແຈສຳຄັນໃນການເຮັດພາລະກິດຂອງ ສປ ຈີນ ໃຫ້ດີ ແມ່ນຂຶ້ນກັບພັກ, ພັກຕ້ອງຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ.” ເມື່ອຜ່ານການພັດທະນາ ມາເປັນເວລາ ຮ້ອຍກວ່າປີແລ້ວ, ພັກກອມມູນິດຈີນຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານຢ່າງຕໍ່ເນື່ອງ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະສ້າງກຳລັງເຂັ້ມແຂງພາຍໃນພັກ ດ້ວຍຈິດໃຈ ການປະຕິວັດໂດຍຕົນເອງຢ່າງເຖິງຖອງ.ສິ່ງນີ້ບໍ່ພຽງແຕ່ເປັນການຮັບປະກັນ ທາງການເມືອງຂັ້ນພື້ນຖານໃຫ້ແກ່ ພັກກອມມູນິດຈີນ ໃນການນຳພາການສ້າງສາ ຄວາມທັນສະໄໝແບບຈີນແລະປົກປັກຮັກສາພາລະກິດ ອັນຍິ່ງໃຫຍ່ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນ ເທົ່ານັ້ນ, ຍັງເປັນລະຫັດສຳຄັນທີ່ຊ່ວຍ ໃຫ້ທົ່ວໂລກຮັບຮູ້ທ່າແຮງ ດ້ານການບໍລິຫານປະເທດຂອງຈີນແລະເຂົ້າໃຈຄວາມສະຫງົບຖາວອນ ກັບການພັດທະນາ ຢ່າງໝັ້ນທ່ຽງຂອງ ສປ ຈີນ ນຳອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







