MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ຕິດຕາມຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ (ກມ 21-ກມ 71)

ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ຕິດຕາມຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ (ກມ 21-ກມ 71)

kaling
ເຜີຍແຜ່: 19 October 2026, 09:39
ປັບປຸງຫຼ້າສຸດ: 19 October 2026, 09:39
ອ່ານ 5 ຄັ້ງ
ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ຕິດຕາມຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ (ກມ 21-ກມ 71)

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ(ກມ 21-ກມ 71).

ໃນໂອກາດທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຄັ້ງນີ້ ທ່ານ ສຸກສາຄອນ ຊູຕັນນຸວົງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ແຕ່ ກມ 21- ກມ 71 ລາຍງານວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເລີ່ມແຕ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ມີຄວາມຍາວທັງໝົດ 50 ກິໂລແມັດ, ເປັນເສັ້ນທາງປູຢາງຂົ້ວ(Asphalt).

ໃນຮູບແບບສັນຍາ OPBRC (ກໍ່່ສ້າງ 3 ປີ ແລະ ບຳລຸງຮັກສາ 7 ປີ), ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 15 ກໍລະກົດ 2025 ມາຮອດເດືອນກັນຍາ 2026 (ຜ່ານມາ 14 ເດືອນ) ມີຄວາມຄືບໜ້າຂອງໜ້າວຽກຕົວຈິງສຳເລັດແລ້ວ 42.31%, ປະຕິບັດໄດ້ຕາມແຜນການ ແລະ ໄດ້ສຳເລັດປູຢາງຂົ້ວ(Asphalt)ໂດຍພື້ນຖານແລ້ວ ຂອງໜ້າວຽກ Milestone 1 ແລະ Milestone 3. ເຊິ່ງຄາດວ່າຈະໃຫ້ສໍາເລັດຕາມແຜນການໃນວັນທີ 15 ກໍລະກົດ 2028.

ນອກຈາກນັ້ນ ທ່ານ ຫົວໜ້າໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ (ລັດວິສາຫະກິດ ກໍ່ສ້າງຂົວທາງເລກ 8 ຮ່ວມກັບ ບໍລິສັດ ສົມໄຊ ຈະເລີນກໍ່ສ້າງ) ກໍ່ໄດ້ໃຫ້ຄໍາໝັ້ນສັນຍາ ພ້ອມທັງຢືນຍັ້ນວ່າ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ(Asphalt) ຊັ້ນ 1 ເພື່ອເຮັດໃຫ້ການຈາລະຈອນມີຄວາມສະດວກ, ໂລງລ່ຽນ ພ້ອມທັງຮັບປະຄວາມປອດໄພ.

ໃນໂອກາດດັ່ງກ່າວນີ້ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໂຄງການ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ໂດຍສະເພາະແມ່ນ ການຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ໃຫ້ສຸມໃສ່ນໍາໃຊ້ກົນຈັກທັນສະໄໝ, ການແກ້ໄຂສິ່ງກີດຂວາງ, ການຄຸ້ມຄອງການຈາລະຈອນ ແລະ ຂີ້ຝຸ່ນໃນເຂດຊຸມຊົນໜາແໜ້ນ ຕ້ອງໄດ້ສີດນ້ຳ ແລະ ຕິດປ້າຍເຕືອນຄວາມປອດໄພຢ່າງຕໍ່ເນື່ອງ.

ພ້ອມທັງສືບຕໍ່ ບັນດາໜ້າວຽກຕ່າງໆເປັນຕົ້ນ: ເລັ່ງດຳເນີນງານວຽກດິນ, ຄັນທາງ, ແລະ ວຽກຊັ້ນທາງ, ສືບຕໍ່ປູຢາງຂົ້ວ (Asphalt), ວຽກລະບົບລະບາຍນ້ຳ, ການຕິດຕັ້ງອຸປະກອນຄວາມປອດໄພເທິງທ້ອງຖະໜົນ ແລະ ວຽກບຳລຸງຮັກສາທາງເກົ່າ,ສ້ອມແປງຂຸມ ເພື່ອອຳນວຍຄວາມສະດວກໃນການສັນຈອນຂອງປະຊາຊົນໃນໄລຍະການກໍ່ສ້າງ.

——-

©️ກະຊວງ ຍທຂ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ