ແຂວງຜົ້ງສາລີ ຈູດທຳລາຍຢາເສບຕິດ ສະຫຼອງວັນແຫ່ງ ຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2026 ໂດຍ ມີ ທ່ານ ບຸນທະວີ ສໍສຸກັນ ປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ, ມີ ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະ ທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບ ຕິດ ຂັ້ນແຂວງ, ພ້ອມດ້ວຍບັນດາ ທ່ານກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ,ອົງການທຽບເທົ່າ,ສອງກຳລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວ ເຂົ້າຮ່ວມ.

ໃນພິທີ, ພັອ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນ ຊາການໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກ ງານກວດກາ ແລະ ຄວບຄຸມຢາເສບຕິດ ໃນຕະຫຼອດໄລ ຍະ 1 ປີ ຜ່ານມາ, ອັນພົ້ນເດັ່ນສາມາດກວດພົບເຫັນເນື້ອທີ່ລັກລອບປູກຝິ່ນທົ່ວແຂວງ ມີ 1.304 ຈຸດ, ລົງທຳລາຍທັງໝົດ 22 ກຸ່ມບ້ານ, ມີ 454 ຕອນ, ໃນເນື້ອທີ່ 79,01 ເຮັດຕາ, ບໍ່ໄດ້ທຳລາຍ 18 ເຮັກຕາ, ການສະໜັບສະໜູນທຶນຮອນຂອງບັນດາບໍລິສັດສົ່ງເສີມປູກພືດທົດແທນການປູກຝິ່ນແຂວງຢູນນານ ສປ ຈີນ ລວມມີ 11 ບໍລິສັດ, ສາ ມາດມ້າງຄະດີຢາເສບຕິດ ປະເພດ ຢາບ້າ 72 ເລື່ອງ, ຢາຝິ່ນ 9 ເລື່ອງ, ຂອງກາງຢາບ້າ 65.813 ເມັດ, ຂອງກາງຢາຝິ່ນ 37,03 ກິໂລກຼາມ ແລະອື່ນໆ. ຈາກນັ້ນ, ກໍຜ່ານຂໍ້ຕົກ ລົງຂອງປະທານປົກຄອງແຂວງ ສະບັບເລກທີ 785/ຄປຂ, ລົງວັນທີ 8 ຕຸລາ 2026 ວ່າດ້ວຍການອະນຸມັດທຳລາຍຂອງກາງປະເພດສິ່ງເສບຕິດ ທີ່ມີຄຳຕັດສິນສານໃຊ້ໄດ້ຢ່າງເດັດຂາດ, ຂໍ້ຕົກລົງເລກທີ 327/ຄປຂ, ລົງວັນທີ 9 ຕຸລາ 2026 ວ່າດ້ວຍການແຕ່ງຕັ້ງອະນຸກຳມະການທຳລາຍຂອງກາງຢາເສບຕິດ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 1819/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບຫຼຽນກາປ້ອງກັນຄວາມສະຫງົບ, ໃຫ້ກຽດຂຶ້ນປະດັບຫຼຽນກາ ໂດຍ ທ່ານ ບຸນທະວີ ສໍສຸກັນ ປະທານຄະນະກຳມະການກວດກາແລະ ຄວບຄຸມຢາເສບຕິດຂັ້ນແຂວງ, ຂໍ້ຕົກລົງເລກທີ 1820/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບໃບຍ້ອງຍໍ ກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງສະ ບັບເລກທີ 3677/ກມປສ,ລົງວັນທີ 16 ກໍລະກົດ 2025 ວ່າດ້ວຍການມອບໃບຍ້ອງຍໍຂອງກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບ, ໃຫ້ກຽດມອບໃບຍ້ອງຍໍ ໂດຍ ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງ.

ໃນໂອກາດດັ່ງກ່າວ, ຍັງໄດ້ຈັດພິທີທຳລາຍຢາເສບຕິດ, ເຊິ່ງຂອງກາງ ທີ່ໄດ້ຮັບຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ນຳມາຈູດທຳລາຍໃນຄັ້ງນີ້ ລວມມີ ຢາເສບ ຕິດ ປະເພດ ຢາບ້າ 60.820 ເມັດ, ເຮໂຣອິນ 90 ແທ່ງ ນ້ຳໜັກ 33,07 ກິໂລກຼາມ. ຈາກນັ້ນ, ປະທານ ແລະ ບັນດາ ທ່ານແຂກທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນຈູດທຳລາຍຢາເສບ ຕິດ ຢ່າງເປັນທາງການ.


