ສົ່ງອອກກວ່າ 7,111 ໂຕນ! ສິນຄ້າກະສິກຳລາວຜ່ານດ່ານແດນສະຫວັນ ໄປຫວຽດນາມ ສ້າງມູນຄ່າທະລຸ 12 ລ້ານໂດລາ (ເດືອນກັນຍາ 2026)

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ລາຍງານວັນທີ 15 ຕຸລາ 2026 ວ່າ: ພະແນກສະຖິຕິກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື ໄດ້ລາຍງານ ກ່ຽວກັບສະພາບ ການສົ່ງອອກ ສິນຄ້າກະສິກໍາ ຢູ່ດ່ານສາກົນ ແດນສະຫວັນ ແຕ່ວັນທີ 01- 31 ກັນຍາ 2026 ວ່າ: ບັນດາລາຍການສິນຄ້າກະສິກໍາທີ່ສໍາຄັນ ພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ຈໍານວນ 7,111.24 ໂຕນ ແລະ ລວມເປັນມູນຄ່າທັງໝົດ 12,730,053.43 ໂດລາສະຫະລັດ, ເຊີ່ງໃນນັ້ນ, ມີລາຍການສິນຄ້າກະສິກໍາທີ່ສົ່ງອອກເປັນສ່ວນຫລາຍມີ: ແປ້ງມັນຕົ້ນ, ເຂົ້າສານໜຽວ, ແປ້ງຂີ້ຢາງພາລາ, ຢາງພາລາສໍາເລັດຮູບ, ຢາງພາລາເຄີ່ງສໍາເລັດຮູບ, ຢາງພາລາດິບ, ໃບຢາສູບແຫ້ງ, ສິນຄ້າດັ່ງກ່າວ ສ່ວນຫລາຍ ແມ່ນໄດ້ສົ່ງອອກໄປຍັງ ສສ ຫວຽດນາມ ລາຍລະອຽດມີດັ່ງນີ້:
1. ເຂົ້າສານໜຽວ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 80 ໂຕນ ເປັນມູນຄ່າ 33,600 ລາສະຫະລັດ.
2. ແປ້ງມັນຕົ້ນ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 1,129 ໂຕນ ເປັນມູນຄ່າ 552,405 ລາສະຫະລັດ.
3. ໃບຢາສູບແຫ້ງ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 13.84 ໂຕນ ເປັນມູນຄ່າ 258,000 ລາສະຫະລັດ.
4. ຢາງພາລາສໍາເລັດຮູບ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 1,419.6 ໂຕນ ເປັນມູນຄ່າ 3,093,327.3 ໂຕນ ເປັນມູນຄ່າ ໂດລາສະຫະລັດ.
5. ຂີ້ຢາງພາລາ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 145 ໂຕນ ເປັນມູນຄ່າ 77,500 ໂດລາສະຫະລັດ.
6. ຢາງພາລາເຄື່ອງສໍາເລັດຮູບ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 3,628.80 ໂຕນ ເປັນມູນຄ່າ ເປັນມູນຄ່າ 7,799,744 ໂດລາສະຫະລັດ.
7. ຢາງພາລາດິບ ສົ່ງອອກ ໄປປະເທດ ສສ ຫວຽດນາມ ຈໍານວນ 695 ໂຕນ ເປັນມູນຄ່າ 915,477.13 ໂດລາສະຫະລັດ


