ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 16:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮ່ວມສົ່ງແຮງເຊຍ ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ7 ຄັ້ງ
ຮ່ວມສົ່ງແຮງເຊຍ ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື U-15 ຖືກຈັດຢູ່ກຸ່ມ K ຮ່ວມກັບທີມຊາດບາເຣນ (BAHRAIN), ທີມຊາດກາເມີຣູນ (CAMEROON), ທີມຊາດເກຣີນາດາ (GRENADA), ທີມຊາດອິນເດຍ (INDIA), ທີມຊາດລາວ (LAOS) ແລະ ທີມຊາດເຊເນການ (SENEGAL) ຊຶ່ງການແຂ່ງຂັນຈະຈັດຂຶ້ນຢູ່ປະເທດອາແຊັກໄບຊານ (AZERBAIJAN) ໃນລະຫວ່າງວັນທີ 22-31 ຕຸລາ 2026.

ອີກໜຶ່ງກ້າວສຳຄັນຂອງວົງການບານເຕະລາວ! 🇱🇦❤️ ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ໄດ້ອອກເດີນທາງສູ່ປະເທດອາແຊກໄບຊານ 🇦🇿 ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນລະດັບໂລກ FIFA U-15 World Cup & Festival 2026 ທີ່ຈະຈັດຂຶ້ນໃນວັນທີ 22–31 ຕຸລາ 2026. 🌍🏆

📌 ສຳລັບທີມຊາດລາວ U15 ຖືກຈັດຢູ່ກຸ່ມ K ຮ່ວມກັບອີກ 5 ຊາດ ປະກອບມີ:

🇧🇭 ບາເຣນ (Bahrain)

🇨🇲 ກາເມີຣູນ (Cameroon)

🇬🇩 ເກຣນາດາ (Grenada)

🇮🇳 ອິນເດຍ (India)

🇸🇳 ເຊເນການ (Senegal)

ນີ້ຄືໂອກາດສຳຄັນທີ່ນ້ອງໆ ນັກເຕະລາວຈະໄດ້ສະແດງຄວາມສາມາດ, ເກັບກ່ຽວປະສົບການ ແລະ ພິສູດສັກກະຍະພາບຂອງຕົນເອງໃນເວທີລະດັບນານາຊາດ.

ຂໍສົ່ງກຳລັງໃຈໃຫ້ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຂໍໃຫ້ເດີນທາງປອດໄພ, ລົງສະໜາມຢ່າງເຕັມທີ່ ແລະ ສ້າງຜົນງານທີ່ດີໃຫ້ກັບປະເທດລາວ!

ຄົນລາວຮ່ວມສົ່ງແຮງໃຈ ເຊຍທີມຊາດລາວ U15 ໄປນຳກັນ!

(ແຫຼ່ງຂ່າວ: ວຽງຈັນໃໝ່)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່