ປະທານປະເທດ ແຫ່ງ ສປປ ລາວ ອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11


– ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊູນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາ ໜານໄຫ່.
– ນ້ອມນະມັດສະການ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການ ພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ.
– ນ້ອມນະມັດສະການ ແລະ ເຄົາລົບນັບຖື ມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ, ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ຂ້າພະເຈົ້າ ມີຄວາມພາກພູມໃຈຢ່າງຍິ່ງທີ່ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ກໍຄື ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັບ ສະມາຄົມພຸດທະສາສະໜາ ນະຄອນເສິນເຈິ້ນ ແລະ ວັດຫົງຟ້າ, ສປ ຈີນ ຈັດກອງປະຊຸມພຸດທະສາສະໜາໜານໄຫ່ ຄັ້ງທີ 11 ທີ່ ນະຄອນຫລວງວຽງຈັນ ສປປ ລາວ ແຕ່ວັນທີ 25-30 ຕຸລາ 2026 ພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມ ປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ໃນມື້ນີ້.
ຂ້າພະເຈົ້າຂໍສະແດງຄວມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນອັນເປັນຮູບປະທຳ ຂອງກອງປະຊຸມ ໃນແຕ່ລະຄັ້ງຜ່ານມາ ທີ່ໄດ້ນຳເອົາປະໂຫຍດແທ້ຈິງແກ່ສັງຄົມນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາ ຍາມອັນບໍ່ຮູ້ອິດຮູ້ເມື່ອຍ ແລະ ການອຸທິດກໍາລັງແຮງຮອບດ້ານ ຂອງບັນດາພະອາຈານໃຫຍ່ ກໍຄື ຄະນະກຳມະການທຸກພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈເຜີຍແຜ່ພຸດທະສາສະໜາ ກໍຄື ຫລັກຄຳສອນຂອງພະພຸດທະເຈົ້າໃຫ້ເຂົ້າເຖິງຈິດໃຈຂອງປະຊາຊົນ ຜູ້ທີ່ເຊື່ອຖືສາສະໜາພຸດນັບມື້ນັບກວ້າງຂວາງ.
ໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳອວຍພອນ ດ້ວຍໄມຕີຈິດອັນອົບອຸ່ນ ແລະ ຄວາມຊົມເຊີຍອັນປະເສີດມາຍັງກອງປະຊຸມໂຕະມົນພຸດທະສາສະໜາ ໜານໄຫ່ ຄັ້ງທີ 11 ນີ້ຢ່າງສຸດອົກສຸດໃຈ.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ ກອງປະຊຸມຄັ້ງນີ້, ຈະເປັນບາດກ້າວທີ່ສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີ ລະຫວ່າງບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຈະນໍາເອົາຜົນປະໂຫຍດອັນໃໝ່ໃຫຍ່ຫລວງ ແລະ ຄວາມສະຫງົບສຸກ ມາໃຫ້ແກ່ມວນມະນຸດ ຕາມພຸດທໍາຄໍາສອນຂອງ ພະສາສະດາສໍາມາສໍາພຸດທະເຈົ້າ.
ທ້າຍສຸດນີ້, ຂໍອວຍພອນໄຊອັນປະເສີດ ມາຍັງບັນດາພະອາຈານໃຫຍ່ຜູ້ນຳທາງພຸດທະສາສະໜາແຕ່ລະປະເທດ ແລະ ເຂດແຄວ້ນ, ພະເຖຣານຸເຖຣະ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດຈົ່ງມີສຸຂະພາບແຂງແຮງ, ມີພະລະນາໄມສົມບູນ.
ຂໍອວຍພອນໃຫ້ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນີ້ ທີ່ເປີດຂຶ້ນຢູ່ນະຄອນຫລວງວຽງຈັນ ແຫ່ງ ສປປ ລາວ ຈົ່ງປະສົບຜົນສຳເລັດຢ່າງງົດງາມ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້





