
ສານປະຊາຊົນແຂວງອຸດົມໄຊ ຕັດສິນໂທດຄະດີຄ້າຂາຍສັດປ່າຫວງຫ້າມ ( ລູກໝີຄວາຍ )

ໃນວັນທີ 23 ຕຸລາ 2026 ສານປະຊາຊົນແຂວງອຸດົມໄຊ ໄດ້ນໍາເອົາຄະດີ ທ້າວ ສີສຸພັນ ແກ້ວປະເສີດ, ອາຍຸ 26 ປີ, ສັນຊາດລາວ, ຊົນເຜົ່າກຶມມຸ, ອາຊີບປະຊາຊົນ, ຢູ່ບ້ານດອນແອ່ນ, ເມືອງງາ, ແຂວງອຸດົມໄຊ (ຈຳເລີຍ) ໃນຂໍ້ຫາຄວາມຜິດທາງອາຍາ ສະຖານ ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດປ່າຫວງຫ້າມ.

ເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນເວລາ 11:00 ນາທີ ຂອງວັນທີ 4 ເມສາ 2026, ເມື່ອກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ຮັບແຈ້ງເບາະແສຈາກ ໂຄງການອານຸລັກຫມີລາວ ແຂວງຫຼວງພະບາງ (Free the Bears) ວ່າ: ມີການລັກລອບຊື້-ຂາຍ ສັດປ່າປະເພດຫວງຫ້າມ (ລູກຫມີຄວາຍ) ຜ່ານທາງສື່ອອນລາຍ ບັນຊີ Facebook ຊື່: “ເຮັດຫຍັງຢູ່ຮັນ (ນ້ອຍ)”. ພາຍຫຼັງຮັບແຈ້ງ, ເຈົ້າໜ້າທີ່ໄດ້ວາງແຜນຮ່ວມກັນເພື່ອລໍ້ຊື້ ແລະ ນັດໝາຍຈຸດຊື້-ຂາຍ ຢູ່ທີ່ຄິວລົດສາຍໃຕ້ (ບ້ານຫ້ວຍຂຸມ, ເມືອງໄຊ, ແຂວງອຸດົມໄຊ) ໃນເວລາ 16:00 ໂມງ ຂອງວັນດຽວກັນ.

ໃນເວລາຕໍ່ມາ, ທີມງານກວດກາ ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ປກສ ແຂວງ ລົງຕິດຕາມ ແລະ ກວດກາ ຜູ້ຕ້ອງສົງໄສ ພ້ອມດ້ວຍລົດທີ່ໃຊ້ເຄື່ອນຍ້າຍ ຍີ່ຫໍ້ Tricity, ສີຂາວ, ທະບຽນ ບຄ 9277. ຜ່ານການກວດກາ ໄດ້ພົບເຫັນລູກຫມີຄວາຍ ( ສັດປ່າປະເພດຫວງຫ້າມ ) ຈຳນວນ 2 ໂຕ, ນ້ຳໜັກ 5 ກິໂລກຼາມ ໃສ່ໄວ້ໃນກະຕ່າພລາສະຕິກສີດຳ ເຊິ່ງເປັນຂອງ ທ້າວ ສີສຸພັນ ແກ້ວປະເສີດ. ເຈົ້າໜ້າທີ່ ຈຶ່ງໄດ້ນຳໂຕຜູ້ກ່ຽວ ພ້ອມດ້ວຍພາຫະນະ ແລະ ຂອງກາງ ມາທີ່ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອນຳສືບສວນ-ສອບສວນ ຕາມລະບຽບກົດໝາຍ.

ສານຕັດສິນລົງໂທດ ທ້າວ ສີສຸພັນ ແກ້ວປະເສີດ (ຈຳເລີຍ) ມີຄວາມຜິດທາງອາຍາ ສະຖານ ໂທສານຸໂທດ ຂໍ້ຫາ ຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດປ່າຫວງຫ້າມ: ຕັດສິນລົງໂທດ ຕັດອິດສະລະພາບ 9 ເດືອນ ແລະ ປັບໃໝ 3.000.000 ກີບ.
ການພາກໂທດ: ໂທດຕັດອິດສະລະພາບ 9 ເດືອນ ແມ່ນໃຫ້ພາກໂທດ (ໂຈະການປະຕິບັດໂທດ) ໄວ້ເປັນເວລາ 5 ປີ. ຖ້າພາຍໃນ 5 ປີ ຜູ້ກ່ຽວບໍ່ໄດ້ກະທຳຜິດໃໝ່ໂດຍເຈດຕະນາອີກ ໂທດທີ່ພາກໄວ້ນັ້ນກໍ່ຈະຕົກໄປ; ແຕ່ຖ້າຫາກກະທຳຜິດໃໝ່ ຈະຕ້ອງໄດ້ປະຕິບັດໂທດໃໝ່ ລວມທັງໂທດເກົ່າທີ່ພາກໄວ້ນັ້ນອີກດ້ວຍ.
ຄ່າເສຍຫາຍ ແລະ ການຮິບຂອງກາງ: ໃຫ້ ທ້າວ ສີສຸພັນ ແກ້ວປະເສີດ ໃຊ້ແທນຄ່າສິ້ນເປືອງຕ່າງໆ ໃຫ້ແກ່ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ, ພ້ອມທັງຮິບ ໂທລະສັບມືຖື ຍີ່ຫໍ້ Samsung ສີຂາວ 1 ເຄື່ອງ ແລະ ເຄື່ອງຂອງ ຂອງຈຳເລີຍ ຕົກເປັນຂອງລັດ.
ຂ່າວໂດຍ: ສະຖານີວິທະຍຸ ແລະ ໂທລະພາບແຂວງອຸດົມໄຊ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 20
1 ຊົ່ວໂມງກ່ອນ
ຄູ ມີບົດບາດສຳຄັນ ຕໍ່ການພັດທະນາຊັບພະຍາກອນມະນຸດ
2 ຊົ່ວໂມງກ່ອນ

