ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 19:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພະນັກງານນຳພາ-ຄຸ້ມຄອງສື່ມວນຊົນລາວແລກປ່ຽນບົດຮຽນກັບວາລະສານກອມມູນິດຫວຽດນາມ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
no-name-1
ADadvertisement
ADadvertisement
ADadvertisement

ການພົບປະຄັ້ງນີ້ ເປັນໂອກາດສຳຄັນໃຫ້ສື່ມວນຊົນລາວໄດ້ຮຽນຮູ້ປະສົບການຈາກວາລະສານກອມມູນິດຫວຽດນາມ ທັງດ້ານການຄົ້ນຄວ້າທິດສະດີ, ການບໍລິຫານ ແລະ ການພັດທະນາສື່ດີຈິຕອນ ເພື່ອນຳໄປໝູນໃຊ້ເຂົ້າໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ທັນສະໄໝ.

ໃນໂອກາດນີ້, ທ່ານ ເລ ຮາຍ ກຳມະການຄະນະບັນນາທິການ, ຫົວໜ້າພະແນກວາລະສານກອມມູນິດອອນລາຍ ໄດ້ລາຍງານໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາ, ພາລະບົດບາດ, ໜ້າທີ່ຂອງວາລະສານກອມມູນິດ ຊຶ່ງເປັນອົງການສື່ດ້ານທິດສະດີການເມືອງ ມີໜ້າທີ່ຄົ້ນຄວ້າ, ສະຫຼຸບບົດຮຽນຈາກພາກທິດສະດີ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ພ້ອມທັງນຳສະເໜີບົດວິເຄາະດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ສາກົນ.

ວາລະສານດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 5 ສິງຫາ 1930 ໂດຍປະທານ ໂຮ່ຈີ່ມິງ ເປັນຜູ້ກໍ່ຕັ້ງ ແລະ ທັງເປັນຫົວໜ້າບັນນາທິການໃຫຍ່ຄົນທຳອິດ. ຕໍ່ມາກໍມີອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫຼາຍສະຫາຍ ໄດ້ຮັບໜ້າທີ່ເປັນຫົວໜ້າບັນນາທິການໃຫຍ່ຢູ່ໃນແຕ່ລະໄລຍະ. ວາລະສານກອມມູນິດຫວຽດນາມ ເປັນອົງການສື່ທີ່ມີບົດບາດສຳຄັນໃນການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ທິດສະດີການເມືອງຂອງຫວຽດນາມ, ພາລະບົດບາດຫຼັກຂອງວາລະສານ ບໍ່ໄດ້ຈຳກັດຢູ່ພຽງອົງການສື່ທົ່ວໄປ ແຕ່ຍັງເນັ້ນການຄົ້ນຄວ້າທາງວິຊາການ, ການວິເຄາະເຈາະເລິກ, ການປົກປ້ອງແນວຄິດ ແລະ ການຕອບໂຕ້ຂໍ້ມູນບິດເບືອນ. ພ້ອມກັນນັ້ນ, ຍັງເຜີຍແຜ່ຂໍ້ມູນສູ່ສາກົນ ແລະ ຮ່ວມມືກັບອົງການຄົ້ນຄວ້າ ແລະ ສື່ດ້ານທິດສະດີທັງພາຍໃນ ແລະ ຕ່າງປະເທດ.

ວາລະສານກອມມູນິດຫວຽດນາມ ຈັດພິມຈຳໜ່າຍເດືອນລະ 2 ຄັ້ງ ຄວບຄູ່ກັບການເຜີຍແຜ່ຜ່ານເວັບໄຊ. ນອກນັ້ນ, ຍັງມີຊ່ອງທາງເຜີຍແຜ່ຜ່ານເຟສບຸກ, ຕິກຕອກ ແລະ ຢູທູບ ເພື່ອຂະຫຍາຍຖານການເຂົ້າເຖິງຂໍ້ມູນຂ່າວສານ. ສະເພາະເວັບໄຊ ໄດ້ແປເປັນ 4 ພາສາ ຄື: ພາສາອັງກິດ, ລາວ, ຈີນ ແລະ ແອັດສະປາຍ.

ຂ່າວ-ພາບ: ຂັນໄຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່