
ກ້າວໄປອີກຂັ້ນ! CheckinMe ເປີດຕົວລະບົບອັບເດດໃໝ່ປີ 2026 ແລະ ແຜນອັບເດດປີ 2027 ພ້ອມຈັດງານສະຫຼອງຄວາມສຳເລັດຮ່ວມກັບລູກຄ້າແນວໜ້າ

ຈົບລົງໄປແລ້ວຢ່າງຈົບງາມ ກັບງານ “CheckinMe Customer Appreciation & 2026 Software Update” ໂດຍບໍລິສັດ Bezz Solution, ງານທີ່ລວມເອົາບັນດາຜູ້ບໍລິຫານ, ຊ່ຽວຊານດ້ານບຸກຄະລາກອນ ແລະ ຄູ່ຮ່ວມທຸລະກິດຈາກຫຼາກຫຼາຍພາກສ່ວນທຸລະກິດ ມາຮ່ວມສະເຫຼີມສະຫຼອງຄວາມສຳເລັດ ໃນການຫັນປ່ຽນລະບົບການບໍລິຫານຊັບພະຍາກອນບຸກຄົນໄປສູ່ຍຸກດິຈິຕອນ.

ບໍລິສັດ Bezz Solution ໄດ້ນຳໃຊ້ໂອກາດນີ້ ເພື່ອສະແດງຄວາມຂອບໃຈຕໍ່ລູກຄ້າທຸກທ່ານທີ່ສະໜັບສະໜູນ CheckinMe. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການມີລະບົບ HRM System ທີ່ທັນສະໄໝ ທີ່ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນວຽກເອກະສານຂອງຜູ້ບໍລິຫານ, ແຕ່ຍັງຊ່ວຍປົກປ້ອງສິດທິຜົນປະໂຫຍດ ແລະ ສ້າງຄວາມສະບາຍໃຈໃຫ້ແກ່ພະນັກງານທຸກລະດັບ ໂດຍສະເພາະການຄິດໄລ່ເງິນເດືອນ ແລະ ເວລາເຮັດວຽກທີ່ໂປ່ງໃສ ກວດສອບໄດ້ທຸກເວລາ.

ເພື່ອຕອບສະໜອງການເຕີບໂຕຂອງທຸລະກິດໃນຍຸກໃໝ່, CheckinMe ໄດ້ເປີດຕົວຟີເຈີໃໝ່ສຳລັບປີ 2026 ທີ່ຈະມາປ່ຽນໂສມໜ້າການເຮັດວຽກຂອງ People Management ໃຫ້ສະດວກກວ່າເກົ່າ, ເຊິ່ງລວມມີ:
- Staff Empowerment Features
- Task Optimization Features
- Staff & Peer-To-Peer Recognition



ຢ່າປ່ອຍໃຫ້ການບໍລິຫານບຸກຄະລາກອນເປັນເລື່ອງຫຍຸ້ງຍາກອີກຕໍ່ໄປ! ຫາກທຸລະກິດຂອງທ່ານຕ້ອງການລະບົບທີ່ຊ່ວຍປະຢັດເວລາ, ຫຼຸດຜ່ອນຂໍ້ຜິດພາດ ແລະ ເພີ່ມປະສິດທິພາບໃນການເຮັດວຽກຂອງພະນັກງານ ໃຫ້ CheckinMe ເປັນຜູ້ຊ່ວຍຂອງທ່ານ.
ພິເສດ! ສຳລັບລູກຄ້າໃໝ່ທີ່ເຫັນໂພສນີ້ ແລະ ສົນໃຈນຳໃຊ້ລະບົບ, ສາມາດຕິດຕໍ່ພວກເຮົາເພື່ອຮັບຄຳປຶກສາຟຣີໄດ້ທີ່:
📞 ໂທ: +856 20 22 77 88 36
📩 ສົ່ງຂໍ້ຄວາມຫາພວກເຮົາ: [email protected]
📍 ບໍລິສັດ ເບສ ໂຊລູຊັ່ນ (Bezz Solution)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ຫາລືຊຸກຍູ້ຂະຫຍາຍຕາໜ່າງຄວາມປອດໄພທາງສັງຄົມ
5 ຊົ່ວໂມງກ່ອນ

ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026
12 ຊົ່ວໂມງກ່ອນ