ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 03:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
12
ADadvertisement
ADadvertisement
ADadvertisement

ການເຊັນບົດບັນທຶກການຮ່ວມມືຄັ້ງນີ້, ແນໃສ່ກຳນົດຂອບການຮ່ວມມືແບບຍຸດທະສາດລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດ ສູນລະຫັດສິນຄ້າລາວ ຈຳກັດ ເພື່ອສົ່ງເສີມການນຳໃຊ້ມາດຕະຖານ GS1 ໃນບັນດາສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນຫຼາຍຂະແໜງການ ເຊັ່ນ: ການຜະລິດ, ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ICT, ການຄ້າ ແລະ ໂລຈິສຕິກ ແລະ ອື່ນໆ. ພ້ອມທັງ, ເສີມສ້າງຄວາມສາມາດແຂ່ງຂັນຂອງສິນຄ້າ Made in Laos ຜ່ານການລະບຸສິນຄ້າຕາມມາດຕະຖານສາກົນ; ເພີ່ມທະວີການຕິດຕາມສິນຄ້າ, ຄວາມໂປ່ງໃສ ແລະ ການປະຕິບັດຕາມຂໍ້ກຳນົດການຄ້າສາກົນ ແລະ ຂໍ້ກຳນົດເຄືອຂ່າຍການເຊື່ອມໂຍງດີຈິຕອນ; ສະໜັບສະໜູນສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການເຂົ້າເຖິງຕະຫຼາດໃນພາກພື້ນ ແລະ ຕະຫຼາດໂລກ ໂດຍນຳໃຊ້ບາໂຄດທີ່ສອດຄ່ອງກັບ GS1, ຄວາມປອດໄພດ້ານອາຫານ ແລະ ສິນຄ້າ, ການເຮັດໃຫ້ການຄ້າເປັນດີຈິຕອນ ແລະ ຄວາມຍືນຍົງ ໂດຍນຳໃຊ້ມາດຕະຖານ GS1 ແລະ ຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າຜ່ານເຄືອຂ່າຍ GS1 ເພື່ອເລັ່ງການສົ່ງອອກ “Made in Laos” ສູ່ຕະຫຼາດສາກົນ.

GS1 ແມ່ນອົງການມາດຕະຖານສາກົນທີ່ເປັນກາງ ແລະ ບໍ່ສະແຫວງຫາກຳໄລ ແລະ ເປັນອົງການທີ່ໄດ້ຮັບອະນຸຍາດໃນການອອກເລກລະຫັດສິນຄ້າສາກົນ (GTIN) ຫຼື ທີ່ເອີ້ນກັນທົ່ວໄປວ່າບາໂຄດ ຊຶ່ງ GS1 ແມ່ນພາສາສາກົນຂອງທຸລະກິດຂອງໂລກ ເປັນພື້ນຖານລວມທີ່ຊ່ວຍໃຫ້ຄູ່ຄ້າທາງທຸລະກິດສາມາດລະບຸ, ບັນທຶກ ແລະ ແລກປ່ຽນຂໍ້ມູນສິນຄ້າທີ່ມີເອກະລັກໄດ້ຢ່າງລຽບງ່າຍ. ປັດຈຸບັນ, ລະບົບມາດຕະຖານດັ່ງກ່າວ, ຖືກນຳໃຊ້ໂດຍຫຼາຍກວ່າ 2 ລ້ານບໍລິສັດ, ໃນຫຼາຍກວ່າ 150 ປະເທດ ແລະ ມີການສະແກນບາໂຄດ GS1 ຫຼາຍກວ່າ 10 ຕື້ຄັ້ງຕໍ່ມື້.

ຂ່າວ: ກິດຕາ; ພາບ: ເກດສະໜາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່