ວັນຈັນ ທີ 26 ຕຸລາ 2026ອັບເດດລ່າສຸດ 12:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນ້ຳປ່າຖະລົ່ມປ່າຕອງ ດິນຕົມ-ກ້ອນຫີນທະລັກເຂົ້າຊຸມຊົນ ຮຸນແຮງທີ່ສຸດໃນຮອບເກືອບ 50 ປີ

ໂດຍ kaling
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ9 ຄັ້ງ
858155736_2876431899407258_5591940486364611212_n
ADadvertisement
ADadvertisement
ADadvertisement

ວັນທີ 26 ຕຸລາ 2026 ເວລາປະມານ 02:00 ໂມງ, ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຫຼາກຈາກພື້ນທີ່ພູເຂົາເຂົ້າຖົ່ວມຊຸມຊົນປ່າຕອງ, ເມືອງກະທູ້, ແຂວງພູເກັດ (ປະເທດໄທ).

ກະແສນ້ຳທີ່ໄຫຼຊ່ຽວໄດ້ພັດພາດິນໂຄນ, ກ້ອນຫີນຂະໜາດໃຫຍ່ ແລະ ເສດວັດສະດຸລົງມາທັບຖົມຖະໜົນ ໂດຍສະເພາະແມ່ນຊອຍນາໃນ 8, ວົງວຽນໄຂ່ມຸກ ແລະ ຖະໜົນຜັງເມືອງສາຍ ກ.

ບ້ານເຮືອນ, ຮ້ານຄ້າ, ລົດໃຫຍ່ ແລະ ລົດຈັກຫຼາຍຄັນໄດ້ຮັບຄວາມເສຍຫາຍ, ບາງເສັ້ນທາງຖືກດິນໂຄນປິດທັບ ເຮັດໃຫ້ລົດຂະໜາດນ້ອຍບໍ່ສາມາດສັນຈອນຜ່ານໄດ້.

ຊາວບ້ານບາງຄົນເຜີຍວ່າ ບໍ່ເຄີຍພົບເຫັນນ້ຳປ່າທີ່ຮຸນແຮງແບບນີ້ມາກ່ອນ ແລະ ປຽບທຽບວ່າເປັນເຫດການທີ່ໜັກໜ່ວງທີ່ສຸດໃນຮອບເກືອບ 50 ປີ.

ໃນຊ່ວງເຊົ້າ, ເຈົ້າໜ້າທີ່ແຂວງພູເກັດໄດ້ລະດົມກຳລັງ ແລະ ເຄື່ອງຈັກເຂົ້າກວດສອບຄວາມເສຍຫາຍ ພ້ອມທັງເລັ່ງເກັບກວາດດິນໂຄນ ແລະ ຟື້ນຟູເສັ້ນທາງສັນຈອນໃຫ້ກັບຄືນສູ່ສະພາບປົກກະຕິ.

ພາບ: Phuket Hotnews

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 26 ຕຸລາ 2026 · ຂຶ້ນ 15 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່