ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 22:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສພຊ ພິຈາລະນາຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ ສະບັບປັບປຸງ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ0 ຄັ້ງ
ADadvertisement
ADadvertisement
ADadvertisement

ຈາກນັັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ກະທັດຮັດສາມາດກາຍເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈິຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ. ໂອກາດນ້ີ, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເປ້ົາໝາຍ, ເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍດັ່ງກ່າວ ເພ່ືອສ້າງເຄ່ືອງມືທາງກົດໝາຍທີ່ເຂັ້ມແຂງ, ຮັດກຸມ ແລະ ທັນສະໄໝ ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ປົກປ້ອງເສດຖະກິດ-ສັງຄົມ ແລະ ປົກປ້ອງລະບົບພື້ນຖານໂຄງລ່າງທີ່ສຳຄັນຂອງປະເທດຈາກການໂຈມຕີທາງໄຊເບີ, ພ້ອມທັງສາມາດເຊື່ອມໂຍງກັບມາດຕະຖານ ແລະ ກົນໄກການຮ່ວມມືສາກົນ. ການປັບປຸງກົດໝາຍສະບັບນີ້, ມີຄວາມຈຳເປັນທາງດ້ານເສດຖະກິດ-ສັງຄົມເພາະອາຊະຍາກຳໄຊເບີ ໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ. ດ່ັງນັ້ນ, ຈ່ຶງຈຳເປັນຕ້ອງມີກົດໝາຍທີ່ເຂັ້ມແຂງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ. ພ້ອມກັນນັ້ນ, ພວກເຮົາຈຳເປັນຕ້ອງມີຂອບກົດໝາຍທ່ີຮອງຮັບການເກັບຮັກສາ ແລະ ນຳໃຊ້ຫລັກຖານທາງດີຈິຕອນໃນຂ້ັນ ສານ ແລະ ຮອງຮັບການເຊ່ືອມໂຍງກັບສາກົນ. 

   ຮ່າງກົດໝາຍສະບັບນີ້, ໄດ້ປ່ຽນຊ່ືຈາກກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີມາເປັນ “ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ (ສະບັບປັບປຸງ)”. ໂຄງສ້າງໃໝ່ປະກອບມີ 10 ພາກ, 4 ໝວດ, 62 ມາດຕາ. ໃນນີ້, ໄດ້ຮັກສາໄວ້ເດີມ 1 ມາດຕາ, ປັບປຸງເນື້ອໃນ 49 ມາດຕາ, ເພີ່ມໃໝ່ 12 ມາດຕາ. ຄາດວ່າຫາກຖືກຮັບຮອງ ແລະ ປະກາດໃຊ້ຈະຊ່ວຍໃຫ້ເຈົ້າໜ້າທ່ີມີບ່ອນອີງທາງກົດໝາຍທີ່ຊັດເຈນ ໃນການດຳເນີນຄະດີກັບຮູບແບບອາຊະຍາກຳໃໝ່ໆ. ຜົນກະທົບທາງບວກທີ່ຈະຕາມມາຄືປະຊາຊົນ ແລະ ທຸລະກິດຈະໄດ້ຮັບການປົກປ້ອງຊັບສິນ ແລະ ຂໍ້ມູນສ່ວນຕົວ, ລະບົບພື້ນຖານໂຄງລ່າງທີ່ສຳຄັນເຊັ່ນ: ລະບົບທະນາຄານ, ໂທລະຄົມ, ພະລັງງານ, ການຄ້າ, ສາທາລະນະສຸກ ຈະປອດໄພຂຶ້ນຊຶ່ງຈະເປັນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດດີຈິຕອນ. ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍທີ່ຕ້ອງລະມັດລະວັງເຊັ່ນ: ຜູ້ໃຫ້ບໍລິການອິນເຕີເນັດ ແລະ ໂທລະຄົມອາດຈະຕ້ອງຮັບພາລະຕົ້ນທຶນທີ່ເພີ່ມຂຶ້ນໃນການຈັດຫາລະບົບເກັບຮັກສາຂໍ້ມູນ. ນອກຈາກນີ້, ພວກເຮົາຕ້ອງລະມັດລະວັງໃນການກຳນົດຖານຄວາມຜິດໃຫ້ຊັດເຈນ ເພື່ອບໍ່ໃຫ້ເກີດຄວາມສ່ຽງທີ່ຈະຖືກເບິ່ງວ່າເປັນການຈຳກັດສິດເສລີພາບໃນການສະແດງອອກຂອງປະຊາຊົນ. 

   ສະຫລຸບແລ້ວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ ສະບັບປັບປຸງນ້ີ, ຈະເປັນເສົາຄ້ຳອັນສຳຄັນໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຍຸກດີຈິຕອນ; ຈະເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈິຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ຖ້າພວກເຮົາຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນມັນຈະຊ່ວຍໃຫ້ ສປປ ລາວ ກ້າວໄປສູ່ການເປັນປະເທດທີ່ມີຄວາມພ້ອມໃນການຮັບມືກັບຄວາມສ່ຽງ ແລະ ໂອກາດໃນໂລກດີຈິຕອນທີ່ກຳລັງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງນີ້. 

  ຂ່າວ: ກິດຕາ; ພາບ: ເກດສະໜາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່