ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 14:42ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາຊຽນ ປຶກສາຫາລືຄວາມໝັ້ນຄົງ ດ້ານພະລັງງານ-ສະບຽງອາຫານ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
1778309672081_377
ADadvertisement
ADadvertisement
ADadvertisement

ວິທະຍຸ-ໂທລະພາບ ສູນກາງຈີນ,ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ຈັດຂຶ້ນ ຢູ່ແຂວງເຊບູ ຂອງຟີລິບປີນ ເມື່ອບໍ່ດົນມານີ້ ໂດຍໄດ້ສຸມໃສ່ ປຶກສາຫາລື ບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງ ດ້ານພະລັງງານ, ຄວາມໝັ້ນຄົງ ດ້ານສະບຽງອາຫານ, ຄວາມປອດໄພ ຂອງປະຊາຊົນ ອາຊຽນ ຢູ່ແຫ່ງຕ່າງໆ ໃນໂລກ, ການຮ່ວມມື ດ້ານເສດຖະກິດ ແລະ ຫົວຂໍ້ສຳຄັນ ອື່ນໆ. ທ່ານ ເຟີດີນານ ມາຄອດຈູເນຍປະທານາທິບໍດີ ຟີລິບປີນ ເຊິ່ງເປັນ ປະເທດ ປະທານ ໝູນວຽນ ອາຊຽນ ກ່າວວ່າ:ສະຖານະການ ໃນຕາເວັນອອກກາງ ນັບມື້ ນັບປັ່ນປ່ວນ ວຸ້ນວາຍກວ່າເກົ່າ ເຊິ່ງສົ່ງຜົນກະທົບ ຕໍ່ປະເທດ ສະມາຊິກ ອາຊຽນ ແລະ ເປັນໄພຂົ່ມຂູ່ ຕໍ່ການດຳລົງຊີວິດ, ການທຳມາຫາກິນ ແລະ ຊີວິດຂອງຄົນ, ກອງປະຊຸມ ສຸດຍອດຄັ້ງນີ້ ໄດ້ຈັດຂຶ້ນ ໃນໄລຍະເວລາ ທີ່ເຕັມໄປດ້ວຍ ສິ່ງທ້າທາຍ. ໃນໄລຍະຈັດກອງປະຊຸມ ສຸດຍອດ ຄັ້ງນີ້, ຜູ້ນຳປະເທດ ສະມາຊິກ ອາຊຽນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ໃນຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມື ທາງທະເລ, ການຮັບມືກັບ ໄພທຳມະຊາດ, ສະໜັບສະໜູນ ຕີມໍເລັສເຕ ເຊື່ອມໂຍງ ເຂົ້າໃນອາຊຽນ ຢ່າງຮອບດ້ານ ແລະ ຫົວຂໍ້ອື່ນໆ ພ້ອມນີ້ ຍັງໄດ້ຮັບຮອງ ເອົາເອກະສານ ທີ່ກ່ຽວຂ້ອງ ຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່