
ໄວລຸ້ນສູບປຸ່ມເປົ້າ 17 ຄົນ ຖືກເຈົ້າໜ້າທີ່ກັກຕົວມາສຶກສາອົບຮົມ

ໃນຄັ້ງວັນທີ 12 ຕຸລາ 2026 ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງເຟືອງ ໄດ້ເຂົ້າກວດຄົ້ນຮ້ານອາຫານ ແລະ ຫ້ອງຄາຣາໂອເກະ ແຫ່ງໜື່ງ ຢູ່ບ້ານຜາສັງ ເມືອງເຟືອງ ເຊິ່ງເປັນສະຖານທີ່ເຄື່ອນໄຫວ ຄ້າ-ຂາຍ ແລະ ມົ້ວສຸ່ມເສບສິ່ງເສບຕິດປະເພດ ປຸມເປົ້າບັນຈູຸສານໄນຕັດອ໋ອກໄຊສ໌ ແລະ ກວດພົບບັ້ງອົກຊີບັນຈຸສານໄນຕັດອ໋ອກໄຊສ໌ ຈໍານວນ 1 ບັ້ງ ແລະ ປຸມເປົ້າອັດແກັດໄນຕັດອ໋ອກໄຊສ໌ຈໍານວນ 4 ໜ່ວຍ ທີ່ເສບໜົດແລ້ວ ພ້ອມທັງໄດ້ກັກຕົວພາກສ່ວນທີ່ເຂົ້າມາມົ້ວສຸ່ມໃນສະຖານທີ່ ດັ່ງກ່າວທັງໝົດ 17 ຄົນ,ຍິງ 4 ຄົນ ພ້ອມດ້ວຍເຄື່ອງຂອງກາງ ຈໍານວນດັ່ງກ່າວ ພ້ອມທັງໄດ້ນຳຕົວພວກກ່ຽວມາທຳການສືບສວນ-ສອບສວນ ສ່ວນຜູ້ຄອບຄອງຂອງກາງເຈົ້າໜ້າທີ່ໄດ້ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ສະນັ້ນ ມາໃນວັນທີ 13 ຕຸລາ 2026 ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈິ່ງໄດ້ຈັດພິທີສຶກສາອົບຮົມພວກທີ່ມົ້ວສຸມຢາເສບຕິດ ຈໍານວນ 17 ຄົນ ຍິງ 4 ຄົນ ພາຍຫຼັງສຶກສາອົບຮົມແລ້ວເຈົ້າໜ້າທີ່ໄດ້ມອບໃຫ້ຜູ້ປົກຄອງຮັບເອົາເມື່ອສຶກອົບຮົມຢູ່ຂັ້ນຄອບຄົວຕື່ມອີກ.

ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ:ຈັນດາລາ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 20
2 ຊົ່ວໂມງກ່ອນ


