ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 17:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງວຽງຈັນ ສຶກສາອົບຮົມໄວລຸ້ນ 17 ຄົນ ມົ້ວສຸມຢາເສບຕິດ.

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ4 ຄັ້ງ
858547707_2022209455120237_6943971522007098978_n
ADadvertisement
ADadvertisement
ADadvertisement

ໃນຄັ້ງວັນທີ 12 ຕຸລາ 2026 ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງເຟືອງ ໄດ້ເຂົ້າກວດຄົ້ນຮ້ານອາຫານ ແລະ ຫ້ອງຄາຣາໂອເກະ ແຫ່ງໜື່ງ ຢູ່ບ້ານຜາສັງ ເມືອງເຟືອງ ເຊິ່ງເປັນສະຖານທີ່ເຄື່ອນໄຫວ ຄ້າ-ຂາຍ ແລະ ມົ້ວສຸ່ມເສບສິ່ງເສບຕິດປະເພດ ປຸມເປົ້າບັນຈູຸສານໄນຕັດອ໋ອກໄຊສ໌ ແລະ ກວດພົບບັ້ງອົກຊີບັນຈຸສານໄນຕັດອ໋ອກໄຊສ໌ ຈໍານວນ 1 ບັ້ງ ແລະ ປຸມເປົ້າອັດແກັດໄນຕັດອ໋ອກໄຊສ໌ຈໍານວນ 4 ໜ່ວຍ ທີ່ເສບໜົດແລ້ວ ພ້ອມທັງໄດ້ກັກຕົວພາກສ່ວນທີ່ເຂົ້າມາມົ້ວສຸ່ມໃນສະຖານທີ່ ດັ່ງກ່າວທັງໝົດ 17 ຄົນ,ຍິງ 4 ຄົນ ພ້ອມດ້ວຍເຄື່ອງຂອງກາງ ຈໍານວນດັ່ງກ່າວ ພ້ອມທັງໄດ້ນຳຕົວພວກກ່ຽວມາທຳການສືບສວນ-ສອບສວນ ສ່ວນຜູ້ຄອບຄອງຂອງກາງເຈົ້າໜ້າທີ່ໄດ້ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ສະນັ້ນ ມາໃນວັນທີ 13 ຕຸລາ 2026 ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈິ່ງໄດ້ຈັດພິທີສຶກສາອົບຮົມພວກທີ່ມົ້ວສຸມຢາເສບຕິດ ຈໍານວນ 17 ຄົນ ຍິງ 4 ຄົນ ພາຍຫຼັງສຶກສາອົບຮົມແລ້ວເຈົ້າໜ້າທີ່ໄດ້ມອບໃຫ້ຜູ້ປົກຄອງຮັບເອົາເມື່ອສຶກອົບຮົມຢູ່ຂັ້ນຄອບຄົວຕື່ມອີກ.

ຂ່າວ ປ້ອງກັນຄວາມສະຫງົບ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່