
ເປີດຄ້າຍຝຶກອົບຮົມການບົ່ມເພາະ ທຸລະກິດ ເລີ່ມຕົ້ນດ້ວຍ ປັນຍາປະດິດ+ ສຳລັບ ນັກສຶກສາ ຈາກອາຊຽນ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 26 ຕຸລານີ້, ພິທີເປີດຄ້າຍ ຝຶກອົບຮົມ ການບົ່ມເພາະ ທຸລະກິດ ໄດ້ເລີ່ມຕົ້ນ ດ້ວຍປັນຍາປະດິດ+ສຳລັບ ນັກສຶກສາ ຈາກບັນດາປະເທດ ສະມາຊິກ ອາຊຽນ ໄດ້ຈັດຂຶ້ນ ຢູ່ນະຄອນໜານໜິງ ເຂດກວາງຊີ ຂອງ ສປ ຈີນໂດຍມີ ສຳມະນາກອນ 30 ຄົນຈາກ ສປປ ລາວ, ສສ ຫວຽດນາມ ແລະໄທ ເຂົ້າຮ່ວມຊຸດຝຶກອົບຮົມ ເຕັກໂນໂລຊີ ປັນຍາປະດິດ ແລະພຶດຕິກຳ ການບົ່ມເພາະ ທຸລະກິດ ເລີ່ມຕົ້ນ. ຈຸດປະສົງ ການເປີດຄ້າຍຄັ້ງນີ້ ແມ່ນອີງໃສ່ທ່າແຮງ ດ້ານເຕັກໂນໂລຊີ AI ຂອງ ສປ ຈີນ ແລະ ປະສານສົມທົບກັບ ທ່າແຮງດ້ານພາສາ, ວັດທະນະທຳແລະ ຊ່ອງທາງຂອງນັກສຶກສາ ຈາກບັນດາປະເທດ ສະມາຊິກ ອາຊຽນເພື່ອບຳລຸງສ້າງ ຊາວໜຸ່ມ ຜູ້ມີຄວາມຮູ້ຄວາມສາມາດ ດີຈີຕອນທີ່ຮູ້ດີທັງຕະຫລາດຈີນ ແລະ ອາຊຽນ ແລະສ້າງຂົວແຫ່ງການພັດທະນາ ແບບເຊື່ອມໂຍງເຂົ້າກັນ ລະຫວ່າງ ເສດຖະກິດ ດີຈີຕອນຈີນ-ອາຊຽນ.ໃນໄລຍະຝຶກອົບຮົມ, ສຳມະນາກອນ ທັງຫລາຍ ຈະໄປຢ້ຽມຢາມ ສູນການຮ່ວມມື ດ້ານການປະຍຸກ ໃຊ້ປັນຍາປະດິດແຫ່ງຊາດ ຈີນ-ອາຊຽນ, ວິສາຫະກິດສຳຄັນ ທີ່ອວ່າຍໜ້າສູ່ ຕ່າງປະເທດ ແລະເຂດນິຄົມ ອຸດສາຫະກຳ ຂ້າມຊາດ ຢູ່ນະຄອນໜານໜິງເພື່ອສຳຫລວດຄົ້ນຄວ້າ ການປະຍຸກໃຊ້ ເຕັກໂນໂລຊີ AI ຂ້າມຊາດ, ການຜະລິດເນື້ອໃນ ທີ່ມີຫລາຍພາສາ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






