
ສປ ຈີນ ມີກຳລັງຕິດຕັ້ງໄຟຟ້າພະລັງງານລົມ-ແສງຕາເວັນ ບັນລຸລື່ນ 2 ຕື້ກວ່າກິໂລວັດ
ວິທະຍຸ ໂທລະພາບ ສູນກາງຈີນ, ອົງການພະລັງງານແຫ່ງຊາດຈີນ ປະກາດວ່າ:ນັບມາຮອດ ທ້າຍເດືອນກັນຍາປີນີ້, ກຳລັງຕິດຕັ້ງໄຟຟ້າ ພະລັງງານລົມ ແລະພະລັງງານແສງຕາເວັນຂອງ ສປ ຈີນ ບັນລຸເຖິງ 2.01 ຕື້ກິໂລວັດ, ໃນນັ້ນ, ກໍາລັງຕິດຕັ້ງໄຟຟ້າ ພະລັງງານ ແສງຕາເວັນມີເຖິງ 1,31 ຕື້ກິໂລວັດ, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຂະນະທີ່ ກຳລັງຕິດຕັ້ງໄຟຟ້າ ພະລັງ ງານລົມມີເຖິງ 700 ລ້ານກິໂລວັດ, ເພີ່ມຂຶ້ນ 20,4%.ເຈົ້າໜ້າທີ່ ຈາກສະຫະພັນ ວິສາຫະກິດໄຟຟ້າຈີນ ໃຫ້ຮູ້ວ່າ:ເລື່ອງນີ້ໝາຍຄວາມວ່າ ຖານະຄວາມເປັນຫລັກຂອງພະລັງງານໃໝ່ ໃນໂຄງ ປະກອບ ກຳລັງຕິດຕັ້ງໄຟຟ້າຂອງ ສປ ຈີນ ໄດ້ຮັບການປັບປຸງຕື່ມອີກ, ພ້ອມດຽວກັນນີ້, ການສ້າງລະບົບໄຟຟ້າຮູບແບບໃໝ່ ທີ່ຖືເອົາພະລັງງານໃໝ່ເປັນຫລັກໄດ້ຮັບຄວາມຄືບໜ້າສໍາຄັນ ຕາມໄລຍະ. ໃນອະນາຄົດ, ພະລັງງານໃໝ່ ຈະບັນລຸການຍົກລະດັບ ດ້ານຄຸນນະພາບ ບົນພື້ນຖານ ການຂະຫຍາຍຕົວດ້ານ ປະລິມານແລະ ຈະກາຍເປັນສິ່ງທີ່ປອດໄພ ແລະໜ້າເຊື່ອຖືແທນ ພະລັງງານ ແບບດັ້ງເດີມ ເທື່ອລະກ້າວເພື່ອສະໜອງ ສິ່ງຄໍ້າປະກັນທີ່ໜັກແໜ້ນໃຫ້ແກ່ ການລະບາຍກາກບອນ ເຖິງລະດັບສູງສຸດ ກ່ອນປີ 2030 ແລະ ບັນລຸຄວາມເປັນກາງ ທາງກາກບອນກ່ອນປີ 2060./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






