ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 16:12ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
5
ADadvertisement
ADadvertisement
ADadvertisement

ໃນພິທີດັ່ງກ່າວ, ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສຳເລັດໃນການເສີມສ້າງສາຍພົວພັນມິດຕະພາບ ລາວ-ໄທ, ການສົ່ງເສີມທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະຊາຊົນສອງຊາດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອພັດທະນາທາງດ້ານພື້ນຖານໂຄງລ່າງການສຶກສາ ແລະ ສາທາລະນະສຸກ ຂອງ ສປປ ລາວ. ພ້ອມນີ້, ກໍຍັງມີຂໍ້ຄົງຄ້າງບາງຈຸດທີ່ຈະຕ້ອງປັບປຸງແກ້ໄຂຖອດຖອນບົດຮຽນ ເພື່ອປະຕິບັດທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຫຽມ ພົມມະຈັນ ອະດີດລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດໃໝ່.

ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນຂອງບັນດາສະຫາຍຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ທີ່ໄດ້ສຸມທຸກກຳລັງແຮງຮອບດ້ານເຂົ້າໃນການເຄື່ອນໄຫວວຽກງານຂອງສະມາຄົມ ກໍຄືວຽກງານການທູດປະຊາຊົນ ຊຶ່ງສາມາດຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆໃນ ສປປ ລາວ ລວມມູນຄ່າທັງໝົດເປັນເງິນ 957.825.000 ກີບ, 157.777 ໂດລາ ແລະ 7.150.000 ບາດ. ພ້ອມນັ້ນ, ສະຫາຍຍັງໄດ້ມີຄຳເຫັນໂອ້ລົມຕໍ່ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດໃໝ່ ທີ່ຈະສືບຕໍ່ປະຕິບັດໜ້າທີ່ສຳຄັນ ແລະ ມີກຽດນີ້ ຈົ່ງນຳພາການເຄື່ອນໄຫວວຽກງານຂອງສະມາຄົມຢ່າງຫ້າວຫັນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ພັກ-ລັດ ມອບໝາຍໃຫ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກງາມ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່