
ໄທ-ມາເລເຊຍ ຮ່ວມມືກັນ ພັດທະນາ-ຊຸກຍູ້ສັນຕິພາບ ຢູ່ພາກໃຕ້

ວິທະຍຸກະຈ່າຍສຽງ ຫວຽດນາມ, ໄທ ແລະ ມາເລເຊຍເຫັນດີເປັນເອກພາບ ເພີ່ມທະວີ ການຮ່ວມມືດ້ານຄວາມໝັ້ນຄົງ ແລະຊຸກຍູ້ການສົນທະນາ ສັນຕິພາບ ຢູ່ພາກໃຕ້ຂອງ ໄທ. ພ້ອມ ກັນນັ້ນ ກໍ່ຍູ້ແຮງບັນດາໂຄງການເຊື່ອມຕໍ່ ແລະພັດທະນາ ຢູ່ເຂດຊາຍແດນ, ມຸ່ງໄປເຖິງ ການສ້າງສະພາບແວດລ້ອມ ໃຫ້ມີສະຖຽນລະພາບ ຢ່າງຍາວນານ ແລະຍົກສູງຊີວິດ ການເປັນຢູ່ ຂອງປະຊາຊົນ ຂອງສອງປະເທດ. ກອງປະຊຸມຖະແຫລງຂ່າວ ໃນຂອບເຂດການຢ້ຽມຢາມເຮັດວຽກຢູ່ໄທ ຂອງທ່ານ ໂມຮາມັດ ຮາສັນ(Mohamad Hasan), ລັດຖະມົນຕີ ການຕ່າງປະເທດ ມາເລເຊຍ (ແຕ່ວັນທີ 27-28 ຕຸລາ), ທ່ານ ສີຫາສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄທ ໃຫ້ຮູ້ວ່າສອງຝ່າຍ ໄດ້ສຸມໃສ່ປຶກສາຫາລື ສີ່ຂົງເຂດຫລັກຄື: ການສ້າງເຂດຊາຍແດນ ປອດໄພ, ສັນຕິພາບ; ຊຸກຍູ້ການເຊື່ອມຕໍ່ ພື້ນຖານໂຄງລ່າງ ຄົມມະນາຄົມ; ເພີ່ມທະວີດ້ານການຄ້າ, ການລົງທຶນ ແລະ ການພົບປະແລກປ່ຽນປະຊາຊົນ.ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ສົມທົບກັນ ລາດຕະເວນຊາຍແດນຮ່ວມ ແລະປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງໄຊເບີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ເປີດຖ້ຽວບິນຊິງຕາວ-ສິບສອງພັ່ນນາ-ວຽງຈັນ ຢ່າງເປັນທາງການ
5 ຊົ່ວໂມງກ່ອນ
ວາງສີລາລືກໂຮງງານຜະລິດຈັກຊັກເຄື່ອງ ແຮເອີ ຢູ່ໄທ
8 ຊົ່ວໂມງກ່ອນ

