ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 20:15ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
a9r1fbf-1
ADadvertisement
ADadvertisement
ADadvertisement

ໂດຍການຮ່ວມນໍາພາຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ມີຄະນະນໍາແຂວງ, ນະຄອນ, ຕາແສງ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການ ສຶກສາທິການ ແລະ ກິລານະຄອນ, ຂະແໜງການກ່ຽວຂ້ອງ, ຄູ- ອາຈານ ແລະ ນັກຮຽນເຂົ້າຮ່ວມ. 

     ການຢ້ຽມຢາມໃນຄັ້ງນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮັບຟັງລາຍງານໂດຍຫຍໍ້ກ່ຽວກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນລະດູຝົນທີ່ຜ່ານມາ ຊຶ່ງສົ່ງຜົນກະທົບຕ່ໍຫລາຍບ້ານໃນນະຄອນປາກເຊ ໂດຍສະເພາະໂຮງຮຽນປະຖົມບ້ານແກ ໄດ້ຮັບຜົນເສຍຫາຍຫລາຍສົມຄວນເປັນຕ້ົນປ້ຶມຄູ່ມືຄູ, ກະດານດໍາ, ຕູ້ໃສ່ເອກະສານ, ອາຄານຮຽນ 2 ຫລັງຖືກຜົນກະທົບນໍ້າຖ້ວມ ລວມມູນຄ່າເສຍຫາຍ 15.000.000 ກີບ, ຫລັງຈາກນໍ້າບົກແຫ້ງ ທາງໂຮງຮຽນ ກໍຄື ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮ່ວມກັນເຮັດອະນາໄມລ້າງຫ້ອງການ, ຫ້ອງຮຽນ, ໂຕະ-ຕັ່ງ ແລະ ເຄື່ອງໃຊ້ຕ່າງໆໃຫ້ມີຄວາມສະອາດຈົບງາມ ເພື່ອເປີດສົກຮຽນໃໝ່ໄດ້ທັນຕາມກຳນົດເວລາ. ໂອກາດນີ້, ທ່ານ ນາງ ປານີ ຢາທ່ໍຕູ້ ກໍໄດ້ມີຄຳເຫັນໂອ້ລົມໂດຍສະແດງຄວາມຢື້ຢາມຖາມຂ່າວຄູອາຈານ ແລະ ລູກຫລານນັກຮຽນທຸກຄົນດ້ວຍຄວາມເປັນຫ່ວງເປັນໃຍ. ດ່ັງນ້ັນ, ຈ່ຶງໄດ້ຊອກເງ່ືອນໄຂ ແລະ ຫາໂອກາດລົງມາຢ້ຽມຢາມຖາມຂ່າວ ເພື່ອມອບການຊ່ວຍເຫລືອຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ຄູອາຈານ ແລະ ລູກຫລານນັກຮຽນໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາການສຶກສາໄດ້ຢ່າງຕ່ເນ່ືອງ.         ພ້ອມກັນນ້ີ, ທ່ານກໍໄດ້ນໍາພາປຸກລະດົມບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດມອບເງິນອຸປະຖຳເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມສົມບູນບ້ານແກນະຄອນປາກເຊ ແຂວງຈຳປາສັກ ມູນຄ່າ 365 ລ້ານກີບ. ນອກຈາກນ້ີ, ການນຳແຂວງຈໍາປາສັກ ຍັງມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນດັ່ງກ່າວ ລວມມູນຄ່າ 25.796.000 ກີບ ຕື່ມອີກ. 

     ໃນໂອກາດນ້ີ, ທ່ານ ນາງ ບຸນສວນ ຈໍາປາພວງເພັດ ຜູ້ອໍານວຍການໂຮງຮຽນປະຖົມບ້ານແກ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະນໍາແຂວງ, ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ທີ່ໄດ້ມາຢ້ຽມຢາມຖາມຂ່າວ ແລະ ຊ່ວຍເຫລືອຊຸກຍູ້ພັດທະນາໂຮງຮຽນບ້ານແກ ໃນຄັ້ງນີ້, ພ້ອມຢືນຢັນວ່າຈະນໍາໃຊ້ທຶນຊ່ວຍເຫລືອ ດ່ັງກ່າວໃຫ້ເກີດປະໂຫຍດສູງສຸດຕໍ່ການບູລະນະພັດທະນາໂຮງຮຽນໃຫ້ມີໃບໜ້າໃໝ່.

     ຂ່າວ-ພາບ: ເກດສະໜາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່