MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ແສງສາທິດ ພິມເມືອງ ໄດ້ກ່າວ ເນັ້ນຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ໃນງານບຸນຊ່ວງເຮືອທ່າວັດຈັນທີ່ຈະມາເຖິງນີ້ ກົງກັບວັນທີ 25-27 ຕຸລາ 2026

ທ່ານ ແສງສາທິດ ພິມເມືອງ ໄດ້ກ່າວ ເນັ້ນຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ໃນງານບຸນຊ່ວງເຮືອທ່າວັດຈັນທີ່ຈະມາເຖິງນີ້ ກົງກັບວັນທີ 25-27 ຕຸລາ 2026

Jenjila
ເຜີຍແຜ່: 19 October 2026, 15:41
ປັບປຸງຫຼ້າສຸດ: 19 October 2026, 15:41
ອ່ານ 4 ຄັ້ງ
ທ່ານ ແສງສາທິດ ພິມເມືອງ ໄດ້ກ່າວ ເນັ້ນຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ໃນງານບຸນຊ່ວງເຮືອທ່າວັດຈັນທີ່ຈະມາເຖິງນີ້ ກົງກັບວັນທີ 25-27 ຕຸລາ 2026

ປະທານຈັດງານບຸນພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ແນະນໍາຮ້ານຄ້າທຸກພາກສ່ວນຕ້ອງມີ ຖົງຢາງດໍາ ເພື່ອໃສ່ຂີ້ເຫຍື້ອຕ່າງໆ ຫຼັງເວລາເລີກງານທຸກຄືນ.

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄື ຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.

ໃນໂອກາດຖະແຫຼງຂ່າວ ກ່ຽວກັບການກະກຽມບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026. ທ່ານ ແສງສາທິດ ພິມເມືອງ ໄດ້ກ່າວຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນການກະກຽມຈັດງານບຸນດັ່ງກ່າວ ໄດ້ມີຄວາມພ້ອມຮອບດ້ານໃນດ້ານຕ່າງໆ ໂດຍສະເພາະ ກິດຈະກໍາວຽກງານການອະນາໄມທໍາຄວາມສະອາດ ໄດ້ຊຸກຍູ້ຂະບວນການອອກແຮງງານອະນາໄມສະຖານທີ່ຈັດງານ ແລະ ຂອບເຂດພາຍນອກຈຳນວນໜຶ່ງໃຫ້ມີຄວາມສະອາດ ແລະ ສວຍງາມ.

ພ້ອມນັ້ນ, ຍັງໄດ້ຊຸກຍູ້, ແນະນໍາທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຢູ່ໃນງານບຸນຕ້ອງມີຖົງຢາງດໍາ ເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ, ເວລາເລີກງານແຕ່ລະຄືນຕ້ອງເຮັດອະນາໄມບໍລິເວນຮ້ານຂອງຕົນເອງ ແລ້ວເອົາຖົງຢາງໃສ່ປະໄວ້ຂ້າງຮ້ານ ເພື່ອໃຫ້ພາກສ່ວນອະນາໄມມາເກັບເອົາໄປຖິ້ມ. ພາຍຫຼັງເລີກງານບຸນໃນເວລາ 23:00 ໂມງ ແມ່ນເຂົ້າອະນາໄມ ແລະ ໃຫ້ສໍາເລັດພາຍໃນ 5:00 ໂມງ (ຕອນເຊົ້າ).

ພ້ອມນັ້ນ, ຜູ້ມາທ່ຽວງານບຸນ ຈົ່ງເກັບມ້ຽນເສດອາຫານຂອງຕົນໃຫ້ເປັນລະບຽບຮຽບຮ້ອຍ ຖິ້ມໃສ່ຖັງຂີ້ເຫຍື້ອ, ຖົງຢາງຂີ້ເຫຍື້ອ ຫຼື ຈຸດຖິ້ມຂີ້ເຫຍື້ອ ຢ່າຖິ້ມຂີ້ເຫຍື້ອຊະຊາຍ ເພື່ອສະດວກຕໍ່ຜູ້ເກັບມ້ຽນໄປຖິ້ມ ແລະ ເພື່ອຄວາມສະອາດງາມຕາ ແລະ ສວຍງາມຂອງງານບຸນຕໍ່ແຂກຄົນມາພົບເຫັນ.

ແບ່ງປັນ:
‹ ກັບໄປໝວດUncategorized
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ