ສະໜາມກິລາຍິງປືນຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ສ້າງສໍາເລັດແລ້ວ 80%

ຕອນເຊົ້າວັນທີ 16 ຕຸລາ 2026 ນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງກວດກາຊຸກຍູ້ໂຄງການກໍ່ສ້າງສະໜາມກິລາຍິງປືນ ຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ຂອງກອງບັນຊາການທະຫານແຂວງ ຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ກໍາມະການພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ຫຼວງພະບາງ, ມີທ່ານ ຖາວອນ ອາດສະໝຸດ ປະທານບໍລິສັດ ຫຼວງພະບາງ ສະມາດ ຊິດຕີ້ ຈໍາກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງ ສະໜາມກິລາຍິງປືນ ຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ຂອງກອງບັນຊາການທະຫານແຂວງ ຫຼວງພະບາງ ຕັ້ງຢູ່ບ້ານໂນນສະອາດ ນະຄອນ ຫຼວງພະບາງ, ໂຄງການດັງກ່າວເປັນອາຄານຊັ້ນດຽວ 3 ຫຼັງ, ໃນນັ້ນປະກອບມີ: ອາຄານຕ້ອນຮັບ, ບ່ອນວ່າງສະແດງສິນຄ້າ ແລະຈໍາໜ່າຍເຄື່ອງທີ່ລະນຶກ, ຮ້ານອາຫານ ແລະກາເຟ, ອາຄານຫ້ອງການ ແລະ ການບໍລິການຍິງປືນໃນຮົ່ມ, ອາຄານວາງສະແດງພິພິຕະພັນ ແລະ ຫໍມູນເຊຶ້ອຂອງກອງທັບປະຊາຊົນລາວ, ນອກນິ້ຍັງມີສະໜາມຍິງປືນກາງແຈ້ງ 3 ສະໜາມ ເພື່ອເປັນບ່ອນຝຶກແອບສິນລະປະຍຸດ – ຍຸດທະວິທີ ທາງດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ແກ່ກອງບັນຊາການທະຫານແຂວງ ແລະ ກອງກຳລັງປະກອບອາວຸດທຸກພາກສ່ວນ, ມີເດີ່ນຈອດລົດທີ່ກ້ວາງຂວາງສາມາດຮອງຮັບນັກທ່ອງທ່ຽວເພື່ອມາໃຊ້ບໍລິການໄດ້ຢ່າງເຕັມທີ່ ແລະ ຍັງຮອງຮັບການຈັດງານວາງສະແດງສິນຄ້າທ້ອງຖິ່ນ ຕື່ມອີກ.

ໂຄງການດັ່ງກ່າວໄດ້ເລີມລົງມືກໍ່ສ້າງມາແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ, ຄາດກະຈະໃຫ້ສໍາເລັດການກໍ່ສ້າງໃນເດືອນ ທັນວາ 2026, ໂດຍແມ່ນບໍລິສັດ ຫຼວງພະບາງ ສະມາດ ຊິດຕີ້ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນກໍ່ສ້າງ. ຜ່ານການລົງກວດກາປະເມີນຜົນຕົວຈິ່ງເຫັນວ່າມາຮອດປະຈຸບັນໂຄງການດັ່ງກ່າວ ແມ່ນສໍາເລັດໄປແລ້ວ 80% ແລະຈະເປີດນໍາໃຊ້ຢ່າງເປັນທາງການໃນຕົ້ນເດືອນມັງກອນປີ 2027 ມໍ່ໆນິ້.



ສະຫາຍ ພັນເອກ ສິງທອງ ອິນທະວອງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ໃຫ້ສໍາພາດວ່າ: ຈຸດປະສົງຫຼັກຂອງໂຄງການນີ້, ແມ່ນເພື່ອຊຸກຍູ້ສົ່ງເສີມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃນທ້ອງຖິ່ນ, ພະນັກງານ – ນັກຮົບສາມາດເຂົ້າໄປຝຶກແອບໂດຍບໍ່ໄດ້ເສຍຄ່າ. ນອກນີ້ ຍັງເປັນການສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ກະຕຸ້ນດ້ານເສດຖະກິດທ້ອງຖິ່ນ, ເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ກັບກອງບັນຊາການທະຫານແຂວງ ຫຼວງພະບາງ ຕື່ມອີກ.

ຂ່າວ: ຂ່າວທະຫານແຂວງຫຼວງພະບາງ


