
ເກີດເຫດໄຟໄໝ້ໂຮງງານແປຮູບອາຫານທະເລໃນສະຫະລັດ ສັ່ງອົບພະຍົບຜູ້ຄົນ ກັງວົນແອມໂມເນຍຮົ່ວໄຫຼ.

ໃນ ວັນອາທິດ ທີ 25 ຕຸລາ 2026 ເກີດເຫດໄຟໄໝ້ໂຮງງານແປຮູບອາຫານທະເລຂອງບໍລິສັດ Pacific Seafood ໃນເມືອງ ນິວພອດ Newport ລັດ ອໍເຣກອນ Oregon ປະເທດສະຫະລັດ ສົ່ງຜົນໃຫ້ມີການປິດພື້ນທີ່ເຂດ ເບພອດ Bayport ເຊິ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມເປັນການຊົ່ວຄາວ.

ເຈົ້າໜ້າທີ່ດັບເພີງຈຳນວນຫຼາຍໄດ້ເຂົ້າຄວບຄຸມເຫດການ ແລະສາມາດປ້ອງກັນບໍ່ໃຫ້ແປວໄຟລຸກລາມໄປຮອດຖັງແອມໂມເນຍໄດ້. ແມ່ນແຕ່ໃນຕອນແລງວັນອາທິດ ເຈົ້າໜ້າທີ່ຍັງຄົງພະຍາຍາມດັບໄຟທີ່ຍັງບໍ່ມອດສະໜິດທັງໝົດ.
ໃນເບື້ອງຕົ້ນ ທາງການເມືອງ ນິວພອດ Newport ໄດ້ປະກາດສັ່ງອົບພະຍົບປະຊາຊົນທີ່ຢູ່ໃນລັດສະໝີ 1 ໄມລ໌ ຫຼືປະມານ 1.6 ກິໂລແມັດ ອ້ອມໂຮງງານ ເນື່ອງຈາກກັງວົນວ່າຄວັນຈາກເຫດໄຟໄໝ້ອາດມີສານແອມໂມເນຍປົນເປື້ອນຢູ່.

ພາບ: ຣອຍເຕີ (Reuters)
ຕໍ່ມາ ເຈົ້າໜ້າທີ່ໄດ້ຫຼຸດຂະໜາດເຂດອົບພະຍົບລົງ ເຫຼືອພຽງບໍ່ກີ່ຊ່ວງຕຶກອ້ອມໂຮງງານ ຫຼັງຈາກກວດສອບແລ້ວພົບວ່າ ຖັງແອມໂມເນຍຍັງຢູ່ໃນສະພາບໝັ້ນຄົງ.
ເມືອງນິວພອດ Newport ຕັ້ງຢູ່ຫ່າງຈາກເມືອງພອດແລນ Portland ໄປທາງທິດຕາເວັນຕົກສຽງໃຕ້ປະມານ 132 ໄມລ໌ ຫຼື 212 ກິໂລແມັດ ແລະມີປະຊາກອນປະມານ 10,000 ຄົນ. ພື້ນທີ່ແຄມອ່າວຂອງເມືອງເປັນແຫຼ່ງທ່ອງທ່ຽວຍອດນິຍົມ ມີທັງຮ້ານອາຫານ, ຮ້ານຄ້າ ແລະກິດຈະກຳທ່ອງທ່ຽວທາງເຮືອ.
ທ່ານຈອນ ຟູລເລີ John Fuller ເຈົ້າໜ້າທີ່ປະຊາສຳພັນຂອງເມືອງນິວພອດ Newport ເປີດເຜີຍວ່າ ໃນຂະນະນີ້ຍັງບໍ່ຊາບສາເຫດຂອງເຫດໄຟໄໝ້. ໃນເວລາເກີດເຫດ ມີຄົນຢູ່ພາຍໃນອາຄານປະມານ 30-40 ຄົນ.
ທີ່ມາ: AP
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







