
ຈົບເກມການແຂ່ງຂັນ ຮອບ 32ທີມ ສຸດທ້າຍ ອິສສະລາເອລ3 ລາວ 2

ການແຂ່ງຂັນບານເຕະເຍົາວະຊົນໂລກ ຣາຍການ “FIFA U-15 World Cup & Festival 2026” ຮອບ 32 ທີມສຸດທ້າຍ (ດິວິຊັ້ນຮອງ Tier E) ທີ່ຈັດຂຶ້ນຢູ່ປະເທດອາແຊກບາຍຊານ ໃນວັນທີ 28 ຕຸລາ 2026 ທີ່ສະໜາມ Pitch 9A ພາຍໃນ Hovsan Competition Complex ນະຄອນຫຼວງບາກູ.
ເປັນການພົບກັນລະຫວ່າງ ທີມຊາດລາວ U15 ລົງສະໜາມດວນແຂ່ງກັບ ທີມຊາດອິສຣາເອລ U15. ເກມນີ້ຕະຫຼອດ 90 ນາທີແມ່ນເປັນໄປຢ່າງດຸເດືອດ ແລະ ສູສີ ໂດຍທັບນັກເຕະເຍົາວະຊົນລາວໄດ້ພະຍາຍາມເປີດເກມບຸກ ແລະ ສູ້ຢ່າງສຸດຄວາມສາມາດ. ແຕ່ຢ່າງໃດກໍຕາມ, ຈົບເກມແມ່ນເປັນຝ່າຍ ອິສຣາເອລ ທີ່ສາມາດເອົາຊະນະໄປໄດ້ຢ່າງຫວຸດຫວິດດ້ວຍສະກໍ 3-2.
ຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ທີມຊາດລາວ U15 ຕ້ອງຍຸຕິເສັ້ນທາງໃນຣາຍການບານເຕະເຍົາວະຊົນໂລກ 2026 ໄວ້ພຽງຮອບ 32 ທີມສຸດທ້າຍ. ເຖິງວ່າຈະຜ່ານເຂົ້າຮອບຕໍ່ໄປບໍ່ໄດ້ ແຕ່ຟອມການຫຼິ້ນ ແລະ ຄວາມທຸ້ມເທຂອງນັກເຕະເຍົາວະຊົນລາວຊຸດນີ້ ແມ່ນໄດ້ຮັບຄຳຊົມເຊີຍຢ່າງຫຼວງຫຼາຍຈາກແຟນບານຊາວລາວ ທີ່ຮ່ວມສົ່ງແຮງເຊຍແຮງໃຈໃຫ້ຕະຫຼອດທັງທົວຣ໌ນາເມັນ.
#ບານເຕະລາວ #ທີມຊາດລາວU15 #FIFAlU15WorldCup2026 #ບານເຕະເຍົາວະຊົນໂລກ
ຂໍ້ມູນ: LFF
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







