
ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ຫຼາຍກວ່າເຄິ່ງໜຶ່ງຂອງພົນລະເມືອງລາວແມ່ນຊາວໜຸ່ມ-ໄວໜຸ່ມ. ການສ້າງໃຫ້ເຂົາເຈົ້າເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຮູ້ຄິດຮູ້ວິເຄາະ, ມີທັກສະ ແລະ ມີຄວາມເຊື່ອໝັ້ນໃນຕົນເອງນັ້ນ ບໍ່ແມ່ນພາລະຂອງພາກສ່ວນໃດໜຶ່ງ, ແຕ່ແມ່ນໜ້າທີ່ຂອງທົ່ວສັງຄົມທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນກຳລັງແຮງຫຼັກ ໃນການພັດທະນາ ແລະ ສ້າງສາປະເທດຊາດໃນອະນາຄົດ.
ທ່ານ ບິລາລ ອຸແຣັ້ງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການສິນໄຊ ສະແດງໃຫ້ເຫັນວ່າໄວໜຸ່ມສາມາດສ້າງຜົນງານໄດ້ຫຼາຍພຽງໃດ ເມື່ອພວກເຂົາໄດ້ຮັບໂອກາດໃນການເປັນຜູ້ນຳພາ. ໃນຂະນະທີ່ ສປປ ລາວ ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາ, ທັກສະ ແລະ ແນວຄິດຂອງໄວໜຸ່ມລາວ ຈະເປັນໜຶ່ງໃນຊັບພະຍາກອນອັນລ້ຳຄ່າທີ່ສຸດຂອງປະເທດ, ອົງການອຸຍນີເຊັບ ມີຄວາມພູມໃຈທີ່ໄດ້ຮ່ວມສະໜັບສະໜູນລັດຖະບານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນວຽກງານນີ້ ແລະ ຂໍຕ້ອນຮັບຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ປາດຖະໜາຈະຮ່ວມເປັນສ່ວນໜຶ່ງ ໃນການລົງທຶນໃນໄວໜຸ່ມຂອງປະເທດ.
ງານວາງສະແດງຄັ້ງນີ້ ໄດ້ນຳສະເໜີຜົນງານຂອງໂຄງການສິນໄຊ ທີ່ຈັດຕັ້ງປະຕິບັດໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ໂດຍໄດ້ເຂົ້າເຖິງໄວໜຸ່ມຫຼາຍກວ່າ 7.000 ຄົນ ໃນນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ. ໂຄງການສິນໄຊ ໄດ້ສະໜັບສະໜູນຫຼາຍກວ່າ 30 ໂຄງການທີ່ນຳພາໂດຍໄວໜຸ່ມ ໃນດ້ານການໂຄສະນາ ແລະ ນະວັດຕະກຳ, ນັບຕັ້ງແຕ່ການພັດທະນາຜະລິດຕະພັນຈາກເຟືອງເຂົ້າຢູ່ແຂວງສະຫວັນນະເຂດ ຈົນເຖິງການສ້າງສື່ຮູ້ເທົ່າທັນໄພອັນຕະລາຍທາງອອນລາຍ ແລະ ການປ້ອງກັນການແຕ່ງງານກ່ອນໄວອັນຄວນ.
ພາບ: ສູນກາງຊາວໜຸ່ມ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້





