ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 21:45ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ເພິ່ມຄວາມພະຍາຍາມ ໃນການປ້ອງກັນຄົນ ແລະ ສັດ ບໍ່ໃຫ້ຕິດເຊື້ອພະຍາດວໍ້

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
a9r601b
ADadvertisement
ADadvertisement
ADadvertisement

ໂດຍການເຂົ້າຮ່ວມຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຊາໂຕໂກະ ອົດສຶ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາລາວ, ທ່ານ ນາງ ຄະຢອງ ມີຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ, ທ່ານ ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າອົງການຈັດຕັ້ງສາກົນ, ນັກສຶກສາຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກິດຈະກໍາໃນຄັ້ງນີ້, ໄດ້ເນັ້ນໃຫ້ເຫັນຄວາມສໍາຄັນຂອງແນວທາງ “ສຸຂະພາບໜຶ່ງດຽວ” ຊຶ່ງສະແດງໃຫ້ເຫັນເຖິງການເຮັດວຽກຮ່ວມກັນລະຫວ່າງຂະແໜງການສຸຂະພາບຄົນ, ສຸຂະພາບສັດ ແລະ ສິ່ງແວດລ້ອມ. ຈາກການຮ່ວມມືດັ່ງກ່າວ, ໄດ້ສືບຕໍ່ໃນການເພີ່ມຄວາມເຂັ້ມແຂງໃຫ້ແກ່ລະບົບເຝົ້າລະວັງ, ປັບປຸງການເຂົ້າເຖິງສະຖານບໍລິການສາທາລະນະສຸກ ແລະ ປິ່ນປົວທັນເວລາ ແລະ ເພີ່ມອັດຕາການປົກຄຸມການສັກວັກຊິນໃນໝາໃຫ້ເພີ່ມຂຶ້ນ. ການສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກແມ່ນການຮວບຮວມເອົາບັນດາຜູ້ຕາງໜ້າຈາກກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ,ອໍານາດການປົກຄອງຂັ້ນທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ບຸກຄະລາກອນທາງດ້ານສາທາລະນະສຸກ, ສັດຕະວະແພດ, ນັກຮຽນ ແລະ ປະຊາຊົນເຂົ້າຮ່ວມ. ກິດຈະກໍາໃນງານປະກອບມີ: ການເພີ່ມຄວາມຮັບຮູ້ໃຫ້ແກ່ປະຊາຊົນ ແລະ ການສັກວັກຊິນໃຫ້ສັດລ້ຽງໂດຍບໍ່ເສຍຄ່າ ເພື່ອເປັນແບບຢ່າງໃນການປ້ອງກັນຄົນ ແລະ ສັດບໍ່ໃຫ້ຕິດເຊື້ອ. ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ບໍ່ຄວນມີໃຜຕ້ອງເສຍຊີວິດຈາກພະຍາດວ້ໍ. ພວກເຮົາສາມາດປົກປ້ອງຊຸມຊົນ ແລະ ບັນລຸເປົ້າໝາຍການບໍ່ມີຜູ້ເສຍຊີວິດຈາກພະຍາດວໍ້ ໂດຍການເພີ່ມມາດຕະການປ້ອງກັນ, ການເຂົ້າເຖິງການປິ່ນປົວທັນເວລາ ແລະ ການເພີ່ມຄວາມຮູ້ໃຫ້ປະຊາຊົນ “ການສັກວັກຊິນໃຫ້ໝາແມ່ນວິທີທີ່ມີປະ ສິດທິຜົນທີ່ສຸດໃນການຢຸດການສົ່ງເຊື້ອພະຍາດວໍ້ຈາກສັດສູ່ຄົນ.

   ທ່ານ ນາງ ຊາໂຕໂກະ ອົດສຶ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມີຄໍາເຫັນວ່າ: ການສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກ ເປັນເຫດການທີ່ຢໍ້າເຕືອນໃຫ້ເຫັນວ່າ “ທຸກຄົນມີບົດບາດໃນການປ້ອງກັນພະຍາດນີ້, ການເຮັດວຽກຮ່ວມກັນ ຈະຊ່ວຍໃຫ້ພວກເຮົາ ຮັບປະກັນວ່າ ກໍລະນີທີ່ຖືກສັດທ່ີສົງໃສວ່າຕິດເຊື້ອສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການປິ່ນປົວທີ່ຈໍາເປັນ ແລະ ທັນເວລາ”. 

ຂ່າວ-ພາບ: ສອນເພັດ-ບົວແສງປະເສີດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່