
ເນທັນຢາຮູ ຕິດປ້າຍຫາສຽງຮູບຄູ່ທຣຳ ແລະ ເຮືອບິນຮົບ ຫຼັງທຣຳປະກາດສະໜັບສະໜູນໃນການເລືອກຕັ້ງ

ກ່ອນທີ່ການເລືອກຕັ້ງທົ່ວໄປຂອງອິດສະຣາແອນຈະເລີ່ມຂຶ້ນໃນມື້ນີ້ (27 ຕຸລາ) ຕາມເວລາທ້ອງຖິ່ນ ບໍ່ເຖິງ 24 ຊົ່ວໂມງ ກໍມີຜູ້ພົບເຫັນປ້າຍຫາສຽງຂະໜາດໃຫຍ່ ທີ່ສະແດງຮູບທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ຢືນຄຽງຂ້າງທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໂດຍປ້າຍດັ່ງກ່າວຖືກຕິດຕັ້ງຢູ່ເທິງອາຄານໃນເຂດໃຈກາງເມືອງເທລອາວີບ ຊຶ່ງເປັນບໍລິເວນທີ່ມີຜູ້ຄົນສັນຈອນໄປມາຢ່າງຄຶກຄັກ
ປ້າຍຫາສຽງນີ້ສະແດງຮູບຜູ້ນຳທັງສອງຢືນຢູ່ຄຽງຂ້າງກັນ ແຕ່ຫັນໜ້າໄປຄົນລະທິດ ໂດຍມີຮູບເຮືອບິນຮົບ ແລະ ທຸງຊາດອິດສະຣາແອນເປັນພື້ນຫຼັງ ສ່ວນຂໍ້ຄວາມພາສາຮິບຣູຢູ່ດ້ານລຸ່ມລະບຸວ່າ “ພວກເຮົາມີໂອກາດຊະນະພຽງຄັ້ງດຽວ!”
ປ້າຍຫາສຽງນີ້ປາກົດຂຶ້ນຫຼັງຈາກທີ່ເນທັນຢາຮູສະແດງຄວາມພາກພູມໃຈຕໍ່ການໄດ້ຮັບການສະໜັບສະໜູນຈາກທຣຳໃນຊ່ວງກ່ອນການເລືອກຕັ້ງ ພ້ອມທັງສົ່ງສັນຍານວ່າ ຜູ້ນຳທັງສອງອາດກັບມາເປີດສົງຄາມກັບອີຣ່ານອີກຄັ້ງ ຖ້າຫາກເຂົາຊະນະການເລືອກຕັ້ງ ຫຼັງຈາກທີ່ທຣຳກ່າວວ່າ ທັງສອງຝ່າຍຄວນ “ດຳເນີນພາລະກິດໃຫ້ສຳເລັດ”
ແນວໃດກໍຕາມ ການເລືອກຕັ້ງໃນວັນອັງຄານນີ້ ຖືເປັນການເລືອກຕັ້ງຄັ້ງທຳອິດຂອງອິດສະຣາແອນ ນັບຕັ້ງແຕ່ກຸ່ມຮາມາສເປີດສາກໂຈມຕີເມື່ອວັນທີ 7 ຕຸລາ 2023 ແລະ ເປັນໂອກາດຄັ້ງທຳອິດທີ່ຜູ້ມີສິດປ່ອນບັດຈະໄດ້ຕັດສິນຜົນງານຂອງລັດຖະບານ ຕໍ່ກັບຄວາມລົ້ມເຫຼວດ້ານຄວາມໝັ້ນຄົງຄັ້ງຮ້າຍແຮງທີ່ສຸດໃນຮອບຫຼາຍຊົ່ວອາຍຸຄົນ ລວມທັງສົງຄາມທີ່ເກີດຂຶ້ນໃນຫຼາຍແນວຮົບຫຼັງຈາກນັ້ນ
ສຳລັບຜົນສຳຫຼວດຄວາມຄິດເຫັນຂອງປະຊາຊົນອິດສະຣາແອນ ຊີ້ວ່າ ພັກ Likud ຂອງເນທັນຢາຮູ ມີແນວໂນ້ມຈະສູນເສຍບ່ອນນັ່ງໃນລັດຖະສະພາ ຊຶ່ງອາດເຮັດໃຫ້ກຸ່ມພັນທະມິດລັດຖະບານຂອງເຂົາ ທີ່ປະກອບດ້ວຍພັກຝ່າຍຂວາ ພັກຝ່າຍຂວາຈັດ ແລະ ພັກຊາວຢິວອໍໂທດັອກຊ໌ທີ່ຍຶດຖືສາສະໜາຢ່າງເຄັ່ງຄັດ ສູນເສຍສຽງຂ້າງຫຼາຍໃນລັດຖະສະພາທີ່ມີຢູ່ຢ່າງສະເໝີຕົວໄປ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






