
ຄວາມເຂັ້ມຂຸ້ນ ຂອງອາຍພິດເຮືອນແກ້ວ ໃນໂລກສ້າງສະຖິຕິສູງສຸດ ເປັນປະຫວັດສາດ

ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ “ແຈ້ງການກ່ຽວກັບ ອາຍພິດເຮືອນແກ້ວ” ສະບັບຫລ້າສຸດ ທີ່ອົງການອຸຕຸນິຍົມໂລກ ເປີດເຜີຍໃນວັນທີ 27 ຕຸລານີ້ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມ ເຂັ້ມຂຸ້ນ ຂອງກາກບອນ ດິອ໊ອກຊິດ ແລະອາຍພິດເຮືອນແກ້ວຕົ້ນຕໍອື່ນໆໃນຊັ້ນບັນຍາກາດຂອງໂລກ ໄດ້ສ້າງສະຖິຕິສູງສຸດ ເປັນປະຫວັດສາດ ອີກຄັ້ງ, ສະແດງໃຫ້ເຫັນວ່າທ່າອຽງ ຈະເພີ່ມຂຶ້ນ ໃນໄລ ຍະຍາວ ຂອງອຸນຫະພູມໃນທົ່ວໂລກ ຍັງຄົງສືບຕໍ່ ຂະຫຍາຍຕົວຢູ່.ຄຽງຄູ່ກັບມະນຸດ ນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ຢ່າງຕໍ່ເນື່ອງບວກກັບການຂະຫຍາຍຕົວ ຂອງປາກົດການເອນີໂນ ຮ້າຍແຮງທີ່ເກີດຂຶ້ນ ໃນປັດຈຸບັນນີ້, ຄາດວ່າຄວາມເຂັ້ມຂຸ້ນ ຂອງອາຍພິດເຮືອນແກ້ວ ໃນຊັ້ນບັນຍາກາດ ຍັງຈະສືບຕໍ່ເພີ່ມຂຶ້ນ ຢ່າງພົ້ນເດັ່ນໃນປີ 2026.ທ່ານ ໂຄ ບາເຣດ ຮອງເລຂາທິການໃຫຍ່ ອົງການອຸຕຸນິຍົມໂລກ ໃຫ້ຮູ້ ວ່າ:ເລື່ອງນີ້ໄດ້ເພີ່ມຄວາມອາດ ເປັນໄປໄດ້ຂອງການເກີດສະພາບອາກາດທີ່ຮຸນແຮງ ແລະຈະສ້າງຄວາມສ່ຽງທີ່ກ່ຽວຂ້ອງ ໃຫ້ແກ່ ເສດຖະກິດ-ສັງຄົມ ຂອງພວກເຮົາ.ກາກບອນດິອ໊ອກຊິດ ຈະຄົງຕົວ ຢູ່ໃນຊັ້ນ ບັນຍາກາດ ເປັນເວລາດົນນານເຊິ່ງຈະສົ່ງຜົນກະທົບ ຕໍ່ສະພາບອາກາດຂອງໂລກໃນຫລາຍສິບປີ ຈົນເຖິງຂັ້ນຫລາຍຮ້ອຍປີຕໍ່ໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ເປີດຖ້ຽວບິນຊິງຕາວ-ສິບສອງພັ່ນນາ-ວຽງຈັນ ຢ່າງເປັນທາງການ
4 ຊົ່ວໂມງກ່ອນ
ວາງສີລາລືກໂຮງງານຜະລິດຈັກຊັກເຄື່ອງ ແຮເອີ ຢູ່ໄທ
6 ຊົ່ວໂມງກ່ອນ


