ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 20:55ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
4-3
ADadvertisement
ADadvertisement
ADadvertisement

 ພາຍໃຕ້ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ໂດຍການຮ່ວມລົງນາມມອບ-ຮັບການຊ່ວຍເຫຼືອ ລະຫວ່າງ ທ່ານ ໂຄອິຊຶມິ ຊິໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ຈັນທະວົງ ອ່ອນສົມລີ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊຍະບູລີ, ມີທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະພັກແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງໂຄງການດັ່ງກ່າວມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນ ໂດຍການກໍ່ສ້າງອາຄານປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ.

ທ່ານ ໂຄອິຊຶມິ ຊິໂຕະມຸ ໄດ້ກ່າວວ່າ: ອາຄານປິ່ນປົວຂອງໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ສ້າງຂຶ້ນໃນປີ 1994, ມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ອາຄານຍັງຕັ້ງຢູ່ເຂດຕ່ຳລຽບແຄມແມ່ນ້ຳຂອງ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຕາມພື້ນທຸກໆຄັ້ງທີ່ມີຝົນຕົກໜັກ. ໂຄງການດັ່ງກ່າວ ຈະໄດ້ກໍ່ສ້າງອາຄານປິ່ນປົວຫຼັງໃໝ່ຢູ່ບ່ອນທີ່ປອດໄພ ແລະ ບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຊຶ່ງເປັນຕອນດິນທີ່ພໍ່ແມ່ປະຊາຊົນໄດ້ກະກຽມໄວ້. ຂ້າພະເຈົ້າຫວັງວ່າ ພາຍຫຼັງທີ່ອາຄານປິ່ນປົວຫຼັງໃໝ່ກໍ່ສ້າງສຳເລັດ ຈະຊ່ວຍໃຫ້ສະພາບແວດລ້ອມການປິ່ນປົວໃນໂຮງໝໍນ້ອຍຫ້ວຍຂົວຫຼວງ ໄດ້ຮັບການຍົກລະດັບໃຫ້ດີຍິ່ງຂຶ້ນ.

ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.

ໄລຍະຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນແກ່ແຂວງໄຊຍະບູລີ ລວມເປັນມູນຄ່າຫຼາຍກວ່າ 1.700.000 ໂດລາສະຫະລັດ ເປັນຕົ້ນໃນດ້ານການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳລິນ. ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່