ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 20:55ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລົດຍີ່ຫໍ້ ດີວາຍດີ ຄວ້າອັນດັບໜຶ່ງ ດ້ານດັດຊະນີ ອິດທິພົນວິສາຫະກິດລົດ ໃນ 3 ໄຕມາດ ຕົ້ນປີນີ້

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
1793167422344_484
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມນີ້, ສະມາຄົມລົດ ອັດສະລິຍະ ເຊື່ອມຕໍ່ເຄືອຂ່າຍຂຶ້ນກັບສະມາຄົມຈີນ-ສະຫະພາບເອີຣົບ ຮ່ວມກັບ ຫໍພິພິຕະພັນລົດ ປັກກິ່ງໄດ້ເປີດເຜີຍ “ບົດລາຍ ງານ ດັດ​ຊະ​ນີ ​ອິດທິພົນ ວິສາຫະກິດລົດໃນ 3 ໄຕມາດຕົ້ນປີ 2026” ເຊິ່ງຜົນການຈັດອັນດັບສະແດງ ໃຫ້ເຫັນວ່າ: ລົດຍີ່ຫໍ້ ດີວາຍດີ(BYD) ຂອງ ສປ ຈີນ ສາມາດຄວ້າ ອັນດັບ 1 ໃນຂົງເຂດ ລົດ ໂດຍ ສານ ດ້ວຍ ຄວາມເຂັ້ມແຂງ ສັງລວມ ທີ່ໂດດເດັ່ນ, ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງອິດທິພົນທີ່ເຂັ້ມແຂງ ຂອງລົດພະລັງງານໃໝ່ຈີນ. ດັດຊະນີດັ່ງກ່າວ ເພື່ອປະເມີນຜົນ ກ່ຽວກັບ ຄວາມເຂັ້ມ ແຂງສັງ ລວມ ຂອງ ວິສາຫະກິດລົດ ຢ່າງພາວະວິໄສແລະ ຮອບດ້ານ ໂດຍໄດ້ປິ່ນອ້ອມ ດ້ານຕ່າງໆ ເຊັ່ນ: ປະລິມານການຂາຍ, ປະລິມານການເຜີຍແຜ່ ຂໍ້ມູນຂ່າວສານ ທາງອິນເຕີເນັດ, ຄວາມນິ ຍົມຊົມ ຊອບ ຂອງຜູ້ຊົມໃຊ້, ມູນຄ່າຄົງເຫລືອ ຫລັງໃຊ້ງານ ແລະ ອື່ນໆ.ມາຮອດ ປັດຈຸບັນ, ປະລິມານ ການຂາຍລົດ ຂອງກຸ່ມບໍລິສັດ BYD ນັບແຕ່ເດືອນມັງກອນ ຫາເດືອນກັນຍາປີນີ້ ບັນລຸເຖິງ 3,13 ລ້ານຄັນ, ໃນນັ້ນ, ຕະຫລາດ ຕ່າງປະເທດ ກວມເອົາ 1,33 ລ້ານຄັນ ສະແດງໃຫ້ເຫັນວ່າ:ຕະຫລາດຢູ່ຕ່າງປະເທດ ໄດ້ຮັກສາທ່ວງທ່າ ຂະຫຍາຍຕົວ ໃນຈັງຫວະສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່