ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 20:55ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເພີ່ມທະວີການສ້າງຄວາມຮັບຮູ້-ເຂົ້າໃຈກ່ຽວກັບພິດຈາກສານເມຕາໂນນໃນເຄື່ອງດື່ມທີ່ມີທາດເຫລົ້າ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
19
ADadvertisement
ADadvertisement
ADadvertisement

 ໃນລະຫວ່າງວັນທີ 25-27 ຕຸລາ 2025 ຢູ່ບຸນຊ່ວງເຮືອວັດຈັນ, ນະຄອນຫຼວງວຽງຈັນ. ຊຶ່ງເມຕາໂນນແມ່ນສານພິດອັນຕະລາຍຊະນິດໜຶ່ງທີ່ອາດປົນຢູ່ໃນເຫຼົ້າເຖື່ອນ ຫຼື ເຫຼົ້າປອມ, ເມື່ອດື່ມສານດັ່ງກ່າວເຂົ້າໄປສູ່ຮ່າງກາຍ ມັນຈະທຳລາຍເຊວລະບົບປະສາດ ແລະ ລະບົບຫາຍໃຈ.

ໃນກິດຈະກຳຄັ້ງນີ້, ທີມງານແມ່ນໄດ້ໃຫ້ຄວາມຮູ້ກ່ຽວກັບອາການ ແລະ ສັນຍານເຕືອນສຳລັບຜູ້ທີ່ດື່ມສານເມຕາໂນນ ທີ່ປົນຢູ່ໃນເຄື່ອງດື່ມທີ່ມີທາດເຫຼົ້າເຂົ້າໄປໃນຮ່າງກາຍ ມັກເລີ່ມສະແດງອາການອອກພາຍໃນ 12–24 ຊົ່ວໂມງຫຼັງຈາກດື່ມ, ຄ້າຍຄືອາການເມົາຄ້າງ ແຕ່ຮຸນແຮງກວ່າປົກກະຕິ ຫຼື ຮຸນແຮງຂຶ້ນເລື້ອຍໆ ຊຶ່ງຈະເຮັດໃຫ້ຜູ້ທີ່ໄດ້ຮັບສານດັ່ງກ່າວອາດມີອາການເພີ່ມດັ່ງນີ້: ຕາຟາງ, ຕາແພ້ແສງ, ຕາເຫັນເປັນຈຸດດຳລອຍໄປມາ, ຕາເຫັນແສງຍິບຍັບ, ການເບິ່ງເຫັນແຄບລົງ ຫຼື ຕາບອດ; ເຈັບຫົວ, ມຶນງົງ, ວິນຫົວ ແລະ ອ່ອນເພຍ; ເຈັບທ້ອງ ແລະ ປຸ້ນທ້ອງ; ຫາຍໃຈຍາກ ຫຼື ຫາຍໃຈຜິດປົກກະຕິ. ຖ້າມີອາການເຫຼົ່ານີ້ ຄວນໄປພົບແພດດ່ວນ.

ກິດຈະກຳຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ໂຕ້ຕອບດ້ານຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ (2025-2027) ໂດຍໄດ້ຮັບສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕຣາລີ ແລະ ດຳເນີນງານຜ່ານການຮ່ວມມືລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການ CHAI.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່