ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 20:55ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກິດຈະກຳການຮ່ວມມື ນະວັດຕະກຳຂ້າມຊາຍແດນ ດ້ານປັນຍາປະດິດ ຈີນ-ອາຊຽນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
1793253582813_715
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ກິດ​ຈະ​ກຳ​ການ​ຮ່​ວ​ມ​ມື​ ນະ​ວັດ​ຕະ​ກຳ ຂ້າ​ມ​ຊາຍ​ແດນ​ດ້ານ ​ປັນ​ຍາ​ປະ​ດິດ​ຈີນ-ອາ​ຊຽນ ​ໄດ້​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ໜານ​ໜິງເຂດກວາງ​ຊີ​ ຂອງ ສປ ຈີນ.ກິດ​ຈະ​ກຳ​ຄັ້ງ​ນີ້​ ຖື​ເອົາ​ຄວາມ​ຕ້ອງ​ການ​ຂອງ​ຕະຫລາດ​ອາ​ຊຽ​ນ ​ເປັນ​ຈຸດ​ແກນ​ກາງໂດຍ​ມີ ​ຈຸດ​ປະ​ສົງ​ ເພື່ອ​ສ້າງ​ຂົວ​ແຫ່ງ​ການ​ຮ່ວມ​ມື​ ລະ​ຫວ່າງ​ ສປ ຈີນ ​ກັບ​ອາ​ຊຽນ ​ໃນ​ດ້ານ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ ຂອງ​ເຕັກ​ໂນ​ໂລ​ຊີແລະ ບຸກ​ຄະ​ລາ​ກອນ ປັນຍາປະດິດ(AI). ໃນ​ກິດ​ຈ​ະ​ກຳ​ດັ່ງ​ກ່າວ ໄດ້​ເປີດ​ເຜີຍ 8 ​ຜົນ​ງານ​ກ້າວ​ໜ້າ ​ດ້ານ​ດີ​ຈີ​ຕອນ ແລະ ອັດ​ສະລິ​ຍະ​ເຊິ່ງກວມ​ເອົາ ຫລາຍ​ຂົງ​ເຂດ ເຊັ່ນ: ການ​ປະ​ຍຸກ​ໃຊ້​ເຮືອ​ບິນ ຫລືລົດ​ບໍ່​ມີ​ຄົນ​ຂັບ​ແບບ​ອັດ​ສະ​ລິ​ຍະ, ເສດ​ຖະ​ກິດ​ ການ​ບິນ​ອາ​ກາດ​ຕ່ຳ, ການ​ບໍ​ລິ​ການ​ ທາງ​ການ​ແພດ ແລະ ​ອື່ນໆ, ສະ​ແດງ​ໃຫ້​ເຫັນ​ເຖິງ​ ແຜນ​ການ​ແກ້​ໄຂ​ທີ່​ສົມ​ບູນ​ແບບ ຂອງ​ເຕັກ​ໂນ​ໂລ​ຊີ AI ສປ ຈີນ​ ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ຕະຫລາດ​ອາ​ຊຽນ.ຜົນ​ງານ​ທີ່​ກ່ຽວ​ຂ້ອງ ​ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ ໃນ​ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳແລະ ການ​ບໍ​ລິ​ການ​ດ້ານ​ຊີ​ວິດ​ ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ຍັງ​ສະ​ໜອງຄວາມສົມ​ບູນ​ແບບ​ ໃຫ້​ແກ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ​ຂ້າມ​ຊາຍ​ແດນ​ ໃນ​ໄລ​ຍະ​ຕໍ່​ໄປ.ໂດຍມີ​ ຜູ້​ຕາງ​ໜ້າ​ລັດ​ຖະ​ບານ, ​ຜູ້​ຊ່ຽວ​ຊານວິ​ສາ​ຫະ​​ກິດ ແລະນັກ​ວິ​ຊາ​ການ​ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​​ຂອງ ສປ ​ຈີນ ແລະບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່