MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ວິໄລວົງ ບຸດດາຄໍາ ຖະແຫຼງຜົນກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ-ແຜນງົບປະມານແຫງລັດ-ແຜນເງິນຕາ ປີ 2026-2027.

ທ່ານ ວິໄລວົງ ບຸດດາຄໍາ ຖະແຫຼງຜົນກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ-ແຜນງົບປະມານແຫງລັດ-ແຜນເງິນຕາ ປີ 2026-2027.

Jenjila
ເຜີຍແຜ່: 20 October 2026, 14:47
ປັບປຸງຫຼ້າສຸດ: 20 October 2026, 14:48
ອ່ານ 1 ຄັ້ງ
ທ່ານ ວິໄລວົງ ບຸດດາຄໍາ ຖະແຫຼງຜົນກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ-ແຜນງົບປະມານແຫງລັດ-ແຜນເງິນຕາ ປີ 2026-2027.

ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການພິຈາລະນາ ຮັບຮອງເອົາບົດລາຍງານ ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

ພາຍຫລັງທີ່ສະພາແຫ່ງຊາດ ໄດ້ຮັບຟັງການລາຍງານຈາກລັດຖະບານແລ້ວ, ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາ ສສຊ ໄດ້ສຸມສະຕິປັນຍາ ລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈ ລວມທັງນຳເອົາຄຳຄິດຄຳເຫັນ ຂອງພໍ່ແມ່ປະຊາຊົນ ມາເປັນການຕີລາຄາ, ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດ ແຜນດັ່ງກ່າວທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ດ້ວຍຄວາມຮັບຜິດຊອບສູງ, ມີຈຸດສຸມ ແລະ ຟົດຟື້ນ ຊຶ່ງສາມາດເຫັນໄດ້ບັນຫາຕ່າງໆເປັນຕົ້ນ ບັນຫາການຮົ່ວໄຫລການຈັດເກັບລາຍຮັບງົບປະມານ, ບັນຫາການຄຸ້ມຄອງລົດບັນທຸກເກີນຂອບເຂດ ທີ່ເປັນສາເຫດເຮັດໃຫ້ເສັ້ນທາງເປ່ເພ, ບັນຫາການເຊົ່າ ແລະ ສໍາປະທານ, ບັນຫາການຂຸດຄົ້ນແຮ່ທາດ ແລະ ອື່ນໆ ຊຶ່ງລ້ວນແລ້ວແຕ່ແມ່ນ ບັນຫາທີ່ສັງຄົມ ແລະ ປະຊາຊົນ ກຳລັງໃຫ້ຄວາມສົນໃຈຢ່າງສູງ.

ຕໍ່ກັບບັນຫາດັ່່ງກ່າວ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ນໍາໄປປັບປຸງແກ້ໄຂ ໂດຍປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ສະພາບເງື່ອນໄຂຄວາມເປັນຈິງຂອງປະເທດ ເພື່ອແກ້ໄຂບັນຫາໃຫ້ຖືກຈຸດ, ຖືກກັບເນື້ອໃນຈິດໃຈ ຂອງພໍ່ແມ່ປະຊາຊົນ ທີ່ໄດ້ປະສົບພົບພໍ້ໃນຂອບເຂດທົ່ວປະເທດ ຊຶ່ງທ່ານນາຍົກລັດຖະມົນຕີ ກໍໄດ້ອະທິບາຍ, ຊີ້ແຈງຕໍ່ຄໍາຊັກຖາມ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ ສະມາຊິກສະພາແຫ່ງຊາດ, ພ້ອມທັງໃຫ້ຄໍາໝັ້ນສັນຍາຕໍ່ກອງປະຊຸມ ຈະສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຕ່າງໆໃຫ້ດີ ແລະ ຖືກຕ້ອງຕາມກົດ ໝາຍເພື່ອສ້າງຄວາມເຂົ້າໃຈ ຄວາມເຊື່ອໝັ້ນໃຫ້ພະນັກງານ, ທະຫານ ຕຳຫລວດ ແລະ ປະຊາຊົນລາວບັນດາ ເຜົ່າ ຕໍ່ການບໍລິຫານຂອງລັດຖະບານ ໃນຕໍ່ໜ້າ.

ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026 ກອງປະ ຊຸມສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມພະຍາຍາມສູ້ຊົນຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມຜັນແປສັບສົນ, ສົງຄາມຢູ່ຕາເວັນອອກກາງ, ການແຂ່ງຂັນທາງການຄ້າ, ການເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟ, ໄພພິ ບັດທາງທຳມະຊາດ. ພາຍໃຕ້ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ການຮ່ວມມືຂອງທຸກ ພາກສ່ວນ, ປະເທດເຮົາຍັງສືບຕໍ່ຮັບປະກັນໄດ້ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງການເຕີບໂຕທາງເສດຖະກິດ (GDP) ສາມາດບັນລຸໄດ້ 5,1%, ສາມາດຮັກສາໄດ້ສະຖຽນລະພາບດ້ານເງິນຕາ ແລະ ສາມາດປະ ຕິບັດໄດ້ ບາງຄາດໝາຍດ້ານວັດທະນະທໍາ-ສັງຄົມ. ເຖິງຢ່າງໃດກໍຕາມ, ສະພາແຫ່ງຊາດ ກໍໄດ້ສະເໜີ ໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາ ການຂົນສົ່ງລົດບັນທຸກນ້ຳໜັກເກີນ ທີ່ເຮັດໃຫ້ເສັ້ນທາງເປ່ເພ, ການຄຸ້ມຄອງການລົງທຶນຂອງລັດ-ເອກະຊົນ, ການເຊົ່າ-ສຳປະທານທີ່ດິນ ແລະ ການຂຸດຄົ້ນແຮ່ທາດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ທ່ວງທັນກັບຄວາມຕ້ອງການຂອງສັງຄົມ.

ສຳລັບແຜນງົບປະມານແຫ່ງລັດ ປີ 2026 ກອງປະຊຸມສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ການ ຈັດເກັບລາຍຮັບງົບປະມານ ປະຈຳປີ 2026 ທີ່ສາມາດປະຕິບັດ ໄດ້ເຖິງ 110% ຂອງແຜນການ ຊຶ່ງລື່ນຄາດໝາຍທີ່ວາງໄວ້. ຜົນສຳເລັດດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ແລະ ເຈົ້າໜ້າທີ່ຂະແໜງການເງິນ ໃນການສູ້ຊົນຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ. ພ້ອມກັນນັ້ນ, ສະພາແຫ່ງຊາດ ກໍໄດ້ເນັ້ນໃຫ້ລັດຖະບານ ເອົາໃຈໃສ່ເພີ່ມທະວີວິໄນການເງິນ-ງົບປະມານຢ່າງເຂັ້ມງວດ, ສະກັດກັ້ນການຮົ່ວໄຫລຂອງລາຍຮັບ, ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິຜົນສູງ ເພື່ອຮັບປະກັນສະຖຽນລະພາບ ທາງດ້ານການເງິນ-ງົບປະມານ ຂອງປະເທດໃນໄລຍະຍາວ.

ຕໍ່ກັບທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ປີ 2027 ກອງປະຊຸມເຫັນດີຕໍ່ການສະເໜີ ແຜນວຽກຈຸດສຸມ ແລະ ມາດຕະການ ຂອງລັດຖະບານ ໃນ ປີ 2027 ທີ່ລັດຖະບານໄດ້ສະເໜີໃນກອງປະຊຸມໃນຄັ້ງນີ້. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວ, ມີຜົນສໍາເລັດ, ກອງປະຊຸມສະພາແຫ່ງຊາດ ໄດ້ສະເໜີບາງມາດຕະການເພີ່ມເຕີມ ຄື: ການກຳນົດແຜນວຽກ ຈຸດສຸມໂດຍສະເພາະ ອັດຕາການເຕີບໂຕເສດຖະກິດມະຫາພາກ ປີ 2027 ໂດຍລວມ ຜູ້ແທນເຫັນດີເປັນເອກະພາບ ແຕ່ຍັງມີຄວາມເປັນຫວ່ງຕໍ່ກັບຫບາຍຄາດໝາຍໃນປີ 2026 ທີ່ອາດຈະຍັງບໍ່ສາມາດບັນລຸແຜນທີ່ວາງໄວ້. ເພື່ອຮັບປະກັນໃຫ້ມີ ຜົນສໍາເລັດ ຈຶ່ງສະເໜີໃຫ້ມີການວິເຄາະ-ວິໄຈ ຢ່າງລະອຽດຂຶ້ນຕື່ມ; ສືບຕໍ່ເອົາໃຈໃສ່ຂະຫຍາຍການຫັນເປັນລະບົບທັນສະໄໝ ເຂົ້າໃນການຈັດເກັບລາຍຮັບ ໃຫ້ໄດ້ຫລາຍຂຶ້ນ ແລະ ທົ່ວເຖິງ ໂດຍສະເພາະ ຢູ່ບັນດາຫົວໜ່ວຍທຸລະກິດ. ສະໜອງງົບປະມານຢ່າງພຽງພໍ ເພື່ອສຸມໃສ່ການຫັນເປັນທັນສະໄໝ ຄວບຄູ່ກັບການເພີ່ມທະວີຄວາມເຂັ້ມງວດ ໃນການກວດ ກາເຈົ້າໜ້າທີ່ ແລະ ໜ່ວຍງານທີ່ມີສິດອະນຸມັດ ທີ່ປະຈຳຢູ່ດ່ານສາກົນ; ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ການຈັດສັນງົບປະມານການລົງທຶນຂອງລັດ ໂດຍສະເພາະບັນ ດາໂຄງການໃຫ້ສຳເລັດ 100%; ປະເມີນ ແລະ ທົບທວນຄືນບັນດາໂຄງການ ທີ່ໄດ້ຮັບອະນຸມັດແລ້ວ ແຕ່ການຈັດຕັ້ງປະຕິບັດຊັກຊ້າ ຫລື ບໍ່ມີຄວາມຄືບໜ້າ (ໂດຍສະເພາະໂຄງການລະດັບຊາດ) ເພື່ອແກ້ໄຂບັນຫາການເອົາໂຄງການໄປຂາຍ/ໂອນຕໍ່ ໂດຍບໍ່ຜ່ານລັດຖະບານ, ພ້ອມທັງກວດກາຄືນການດັດແກ້ມູນຄ່າໂຄງການທີ່ຫົວໜວ່ຍລາຄາສູງເກີນ.

ສຳລັບການດຶງດູດການລົງທຶນ, ການສ້າງສູນບໍລິການປະຕູດຽວ ເຫັນວ່າຫລາຍບ່ອນການເຄື່ອນ ໄຫວ ບໍ່ມີປະສິດທິຜົນຍ້ອນງົບປະມານ ຍັງມີຈໍາກັດ, ຫລາຍຂະແໜງການບໍ່ໄດ້ສົ່ງພະນັກງານຂອງຕົນລົງປະຈຳເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນ, ນະໂຍບາຍ ແລະ ການກຳນົດເຂດລົງທຶນຍັງບໍ່ມີຄວາມຊັດເຈນ, ການກຳນົດຂັ້ນຄຸ້ມຄອງຕ້ອງມີຄວາມຊັດເຈນຕື່ມ; ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ຫລຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າ ສົ່ງອອກໃຫ້ຫລາຍຂຶ້ນ, ພ້ອມທັງໃຫ້ຕິດພັນກັບຕ່ອງໂສ້ການຜະລິດ, ປັບປຸງພື້ນຖານໂຄງລ່າງໃຫ້ເຊື່ອມຈອດກັນ ເພື່ອເປັນການຊຸກຍູ້ການຄ້າຂາຍຜົນຜະລິດກະສິກໍາຂອງປະຊາຊົນ ແລະ ຮັບປະກັນການເຂົ້າເຖິງຕະຫລາດ ໃຫ້ທ່ວງທັນ ຕາມອາຍຸຂອງຜະລິດຕະພັນ. ນອກຈາກນັ້ນ, ກໍໃຫ້ມີການຊຸກຍູ້ດ້ານປັດໃຈການຜະລິດ ເພື່ອຫລຸດ ຜ່ອນການນໍາເຂົ້າຈາກຕ່າງປະເທດ; ກວດກາຄືນບັນດາໂຄງການເຊົ່າ-ສຳປະທານທີ່ດິນ ທີ່ໄດ້ຮັບອະນຸ ມັດຈາກສູນກາງ ແລະ ທ້ອງຖິ່ນທີ່ບໍ່ມີການພັດທະນາ, ການນຳໃຊ້ບໍ່ຖືກເປົ້າໝາຍ, ການອະນຸມັດທັບຊ້ອນ, ໂຄງການທີ່ສົ່ງຜົນກະທົບຕໍ່ທີ່ດິນ ແລະ ຊັບສິນຂອງປະຊາຊົນ; ຈັດສັນງົບປະມານເຂົ້າໃນການ ຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້, ພ້ອມທັງມີມາດຕະການເດັດ ຂາດຕໍ່ກັບຜູ້ບຸກລຸກ, ຈັບຈອງ ແລະ ນໍາໃຊ້ທີ່ດິນປ່າໄມ້ໂດຍບໍ່ໄດ້ຮັບອະນຸຍາດ; ປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດ ຮອດປີ 2030 ໂດຍສະເພາະການກໍານົດປະເພດ ແຮ່ທາດທີ່ຄວນສົ່ງ ເສີມໃຫ້ມີການຂຸດຄົ້ນ, ແຮ່ທາດທີ່ຄວນຫວງຫ້າມ ຫລື ສະຫງວນ; ເພີ່ມມາດຕະການໃນການຄຸ້ມຄອງ ລົດບັນທຸກນໍ້າໜັກເກີນ, ການດັດແປງເຕັກນິກລົດ ເພື່ອບັນທຸກໃຫ້ໄດ້ຫລາຍ ແລະ ຊິງຊັ່ງນໍ້າໜັກ, ສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍຸດທະສາດ, ທາງຫລວງແຫ່ງຊາດ, ບັນດາເສັ້ນທາງເຂົ້າແຫລ່ງທ່ອງທ່ຽວ ທີ່ເປ່ເພຢ່າງໜັກໜ່ວງ ແລະ ບັນດາເສັ້ນທາງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕາມຊາຍແດນ ທີ່ມີການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົນຕ່າງໆ; ຄົ້ນຄວ້າສ້າງໂຮງຮຽນກິນນອນ, ຫໍພັກນັກຮຽນ ເພື່ອແກ້ໄຂບັນຫາການປະລະການຮຽນຢູ່ເຂດຊົນນະ ບົດຫ່າງໄກສອກຫລີກ, ປະຕິບັດນະໂຍບາຍໃຫ້ຄູສອນຢູ່ເຂດພູດອຍ, ພ້ອມທັງປັບປຸງຫລັກສູດການຮຽນ-ການສອນ ໃຫ້ແທດເໝາະກັບທ້ອງຖິ່ນ; ສຸມໃສ່ຈັດສັນງົບປະມານໃຫ້ຂະແໜງສຶກສາໃຫ້ໄດ້ 18% ຕາມກົດໝາຍກໍານົດ ໂດຍສະເພາະຮ່ວງສົ່ງເສີມວິຊາການໃຫ້ຫລາຍຂຶ້ນ ເພື່ອໃຫ້ເດັກໃນໄວຮຽນ ໄດ້ຮັບການສຶກສາ ແລະ ການສຶກສາສາຍວິຊາຊີບໂດຍບໍ່ເສຍຄ່າ ເພື່ອຫລຸດຜ່ອນການປະລະການຮຽນ, ເພີ່ມອັດຕາເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ, ຮັບປະກັນງົບປະ ມານໃຫ້ບັນດາໂຄງການທີ່ໄດ້ຮັບການອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້; ຈັດສັນງົບປະມານໃຫ້ຂະແໜງສາທາລະນະສຸກໃຫ້ໄດ້ 9% ຕາມທີ່ກົດໝາຍກຳນົດ; ເອົາໃຈໃສ່ຕໍ່ວຽກງານແມ່-ເດັກ ແລະ ໂພຊະນາການທີ່ຕິດພັນກັບ 7 ຄາດໝາຍ ໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປັນຄາດໝາຍທີ່ມີຄວາມສ່ຽງຈະບໍ່ບັນລຸ; ຈັດສັນງົບປະມານສະເພາະ ໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກ ພ້ອມທັງ, ເປັນເຈົ້າການລະດົມທຶນຊ່ວຍເຫລືອຈາກຫລາຍພາກສ່ວນ ດ້ວຍຫລາຍຮູບການທີ່ເຫມາະສົມ; ເພີ່ມທະວີການໂຄສະນາເຜີຍແຜ່ ຢ່າງກວ້າງຂວາງ ລວມທັງການປະເມີນຜົນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາກ່ຽວກັບການນຳໃຊ້ ເຄມີທີ່ຖືກຄວບຄຸມການນຳໃຊ້ ໂດຍສະເພາະ ການນຳໃຊ້ເຄມີຢູ່ໂຮງງານຜະລິດຢາ, ການປຸງແຕ່ງຕ່າງໆ ເພື່ອເຮັດໃຫ້ການນໍາໃຊ້, ການຜະລິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

ແບ່ງປັນ:
‹ ກັບໄປໝວດUncategorized
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 20 ຕຸລາ 2026 · ຂຶ້ນ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ