
ສປ ຈີນ-ອິນໂດເນເຊຍ ຈະຈັດການຊ້ອມຮົບ ຮ່ວມກອງທັບບົກ ເພື່ອຕ້ານການກໍ່ການຮ້າຍ

ວິທະຍຸ ໂທລະພາບ ສູນກາງຈີນ, ກະຊວງປ້ອງກັນປະເທດຈີນ ປະກາດໃນວັນທີ 26 ຕຸລານີ້ວ່າ:ລະຫວ່າງ ທ້າຍເດືອນຕຸລາ ຫາຕົ້ນເດືອນພະຈິກປີນີ້, ກອງທັບຈີນ ແລະ ອິນໂດເນເຊຍຈະຈັດການ ຊ້ອມຮົບຮ່ວມ ກອງທັບບົກ ເພື່ອຕ້ານການກໍ່ການຮ້າຍຢູ່ແຂວງກວາງຕຸ້ງຂອງ ສປ ຈີນ. ການຊ້ອມຮົບຮ່ວມຄັ້ງນີ້ ຖືເອົາການເຄື່ອນໄຫວກອບກູ້ ແລະຕ້ານການກໍ່ການຮ້າຍຮ່ວມ ກັນຢູ່ເຂດພູດອຍ ເປັນຫົວຂໍ້, ຈະດໍາເນີນການຝຶກຊ້ອມ ດ້ານຕ່າງໆ ເປັນຕົ້ນແມ່ນ ການປະຕິບັດ ການຢູ່ເທິງພູ, ການໃຊ້ຍານພາຫະນະພິເສດ, ການຢ່ອນເຊືອກລົງຈາກ ເຮລິກົບແຕ ແລະ ອື່ນໆ.ນີ້ແມ່ນເທື່ອທີ 3 ທີ່ ສປ ຈີນ ແລະ ອິນໂດເນເຊຍ ດໍາເນີນການຊ້ອມຮົບ ຮ່ວມດັ່ງກ່າວເຊິ່ງມີຜົນດີຕໍ່ການລົງເລິກ ການແລກປ່ຽນ ແລະການຮ່ວມມືຕິດແທດຕົວຈິງ ລະຫວ່າງ ສອງກອງທັບ ຢ່າງຕໍ່ເນື່ອງ ແລະຍົກລະດັບຄວາມ ສາມາດໃນ ການເຄື່ອນໄຫວ ຮ່ວມຂອງສອງກອງທັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຣັດເຊຍ-ຈີນ ເລັ່ງເຈລະຈາ ໂຄງການທໍ່ສົ່ງ ແກັສສາຍໃໝ່
3 ຊົ່ວໂມງກ່ອນ


