ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 20:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
a9r5f22
ADadvertisement
ADadvertisement
ADadvertisement

ໂດຍການເປັນເຈົ້າພາບ ຂອງກະຊວງແຮງງານ ແຫ່ງ ປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດ ສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.

     ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ຢືນຢັນຈຸດປະສົງເປົ້າໝາຍ ຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືແບບທະວິພາຄີໃນອາຊຽນ, ຄູ່ຮ່ວມພັດທະນາ, ປະເທດຄູ່ເຈລະຈາ ແລະ ສະໜັບສະໜູນບັນດາແຜນງານໃນຂອບຂອງອາຊຽນ ໂດຍສະເພາະແຜນງານຂອງເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ແຜນງານຂອງລັດຖະມົນຕີແຮງງານອາຊຽນ ໄລຍະ 2026-2030 ເພື່ອຊຸກຍູ້ ແລະ ນຳມາຊຶ່ງຜົນປະໂຫຍດຮ່ວມກັນໃນອາຊຽນ ເປັນຕົ້ນ ການສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ, ການຈັດຕັ້ງປະຕິບັດມາດຕະຖານແຮງງານ ໂດຍເອົາໃຈໃສ່ການກວດກາແຮງງານ, ວຽກງານສຸຂະພາບ ແລະ ຄວາມປອດໄພແຮງງານ, ການປົກປ້ອງສັງຄົມ, ການພັດທະນາສີມືແຮງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມທິດທາງຂອງການເຮັດວຽກທີ່ມີຄຸນຄ່າ, ເປັນທໍາ ແລະ ເສດຖະກິດ ທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ແລະ ດີຈິຕອນ.

     ພ້ອມນີ້, ຄະນະຜູ້ແທນລາວ ຍັງໄດ້ເອກະພາບ ແລະ ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງການຮ່ວມຂອງລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ແລະ ຖະແຫລງການຮ່ວມຂອງລັດຖະມົນຕີແຮງງານອາຊຽນບວກ 3 ຄັ້ງທີ 14 ຊຶ່ງເປັນການບັນທຶກທິດທາງຮ່ວມກັນ ລະຫວ່າງ ລັດຖະມົນຕີແຮງງານອາຊຽນ ແລະ ປະເທດຄູ່ເຈລະຈາປະກອບດ້ວຍ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ. ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ຈະນຳໄປລາຍງານໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ຊຶ່ງຈະຈັດຂຶ້ນ ໃນເດືອນພະຈິກ 2026 ທີ່ປະເທດ ຟິລິບປິນ. 

      ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຈັດຂຶ້ນທຸກໆ 2 ປີ, ຊຶ່ງໄລຍະ 2026-2028 ປະເທດໄທ ເປັນປະທານ ແລະ ກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 30 ປະເທດຕີມໍແລັດສະເຕ ຈະຮັບເປັນເຈົ້າພາບ ໃນປີ 2028.

ຂໍ້ມູນ-ພາບ: ຂ່າວສານແຮງງານ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່