
ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດແຫ່ງ ລາຊະອານາຈັກຊູແອດ ປະຈຳລາວ

ໂອກາດດ່ັງກ່າວ , ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ແອນນາ ຮາມມາແກຣນ ທ່ີໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ຊູແອດ ປະຈຳ ສປປ ລາວ.
ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຊູແອດ ເປັນເວລາກວ່າ 6 ທົດສະວັດຜ່ານມາ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອເພື່ອການພັດທະນາ ໂດຍຜ່ານຂອບການຮ່ວມມືຂອງສະຫະພາບເອີຣົບ (EU) ຊຶ່ງກາຍເປັນການປະກອບສ່ວນສໍາຄັນ ແລະ ໜັກແໜ້ນຕໍ່ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງການຈັດຕ້ັງປະຕິບັດວາລະ 2030 ເພ່ືອການພັດທະນາແບບຢືນຍົງ. ນອກຈາກນັ້ນ, ກໍຍັງໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບຄວາມພ້ອມໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງສະແດງຄວາມຫວັງເປັນຢ່າງຍ່ິງວ່າສະຫະພາບເອີຣົບ ຈະສືບຕ່ໍໃຫ້ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆທີ່ກ່ຽວຂ້ອງພາຍຫລັງທີ່ຫລຸດພ້ົນການອອກຈາກສະຖານະພາບ ປະເທດດ້ອຍພັດທະນາຢ່າງເປັນທາງການໃນທ້າຍປີ 2026 ແລະ ໄດ້ສະເໜີໃຫ້ຊູແອດພິຈາລະນາສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດານັກທຸລະກິດຫັນມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຍ່ິງຂ້ຶນໂດຍສະເພາະໃນຂົງເຂດພະລັງງານສະອາດ, ການທ່ອງທ່ຽວ ແລະ ຂະແໜງອື່ນໆທ່ີທັງສອງຝ່າຍມີທ່າແຮງຮ່ວມກັນລວມທັງການໄປມາຫາສູ່ລະຫວ່າງ ປະຊາຊົນຂອງສອງປະເທດ.
ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລາຊະທູດ ນາງ ແອນນາ ຮາມມາແກຣນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ຊູແອດ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ
4 ຊົ່ວໂມງກ່ອນ


