ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 22:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 20

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
28-10-amc-22
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ຢູ່ ເຊບູ(Cebu)ຂອງ ຟີ​ລິບ​ປິນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ (ADMM) ຄັ້ງ​ທີ 20ໄດ້​ດຳ​ເນີນ​ພາຍ​ໃຕ້​ ການ​ເປັນ​ປະ​ທານ​ຂອງທ່ານ ກິລເບີໂຕ ເຕໂອໂດໂຣ ​ (Gilberto Teodoro)ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ.ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ນຳໂດຍ​ ທ່ານ ​ພົນ​ເອກຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ແລະ ບັນດາປະເທດສະມາຊິກ ເຂົ້າຮ່ວມ.ໃນໂອກາດນີ້ ທ່ານ ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ສສ ຫວຽດ​ນາມສະໜັບ​ສະ​ໜູນ ຢູ່​ລະ​ດັບ​ສູງ​ສຸດ ​ເພື່ອ​ໃຫ້ ຟີ​ລິບ​ປິນປະ​ຕິ​ບັດ​ສຳ​ເລັດ ​ບົດ​ບາດ​ໜ້າ​ທີ່ ​ປະ​ທານ ອາ​ຊຽນ 2026; ສືບ​ຕໍ່​ປັບ​ປຸງ​ນ້ຳ​ໃຈ ​ສາ​ມັກ​ຄີ, ກຳ​ລັງ​ແຮງ​ຂອງ ອາ​ຊຽນເພື່ອ​ຮັບ​ມືກັບ ​ບັນ​ດາ​ສິ່ງ​ທ້າ​ທາຍ ​ຄວາມ​ໝັ້ນ​ຄົງ​ ຢ່າງ​ໄຫວ​ພິບ ແລະເປັນ​ເຈົ້າ​ການ​ ທີ່​ໄດ້​ວາງ​ອອກ​ຢູ່​ພາກ​ພື້ນ, ເພື່ອ​ພາກ​ພື້ນ​ ແຫ່ງ​ສັນ​ຕິ​ພາບ, ມີ​ຄວາມ​ໝັ້ນ​ຄົງ ແລະສ້າງ​ຄວາມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່